ເຫດບຸກ​ໂຈມ​ຕີ​ເລັງ​ໃສ່​ສຳ​ນັກ​ງານ​ລັດ​ຖະ​ບານຢູ່​ພາກ​ໃຕ້​ຊີ​ຣີ

(VOVWORLD) -ແຂວງ Daraa ແມ່ນແຂວງເກີດເຫດບຸກໂຈມຕີເປັນປະຈຳ, ແຕ່ວ່າສ່ວນຫຼາຍແມ່ນເລັ່ງໃສ່ບັນດາປ້ອມກວດກາ ຫຼື ລາດຕະເວນ.
ເຫດບຸກ​ໂຈມ​ຕີ​ເລັງ​ໃສ່​ສຳ​ນັກ​ງານ​ລັດ​ຖະ​ບານຢູ່​ພາກ​ໃຕ້​ຊີ​ຣີ - ảnh 1 ນັກຮົບຊີຣີຢູ່ ແຂວງ Daraa (ພາບ: AFP/TTXVN)

ຕາມອົງການຕິດຕາມສິດທິມະນຸດ ຊີຣີ (SOHR), ວັນທີ 4 ພຶດສະພາ, ມີກຸ່ມປະກອບອາວຸດກຸ່ມໜຶ່ງ ທີ່ຍັງບໍ່ທັນຮູ້ຊື່ ໄດ້ເຂັ່ນຂ້າຕຳຫຼວດ 9 ຄົນ ຢູ່ແຂວງ Daraa, ທາງພາກໃຕ້ ປະເທດນີ້. ບັນດາມືປືນດັ່ງກ່າວໄດ້ບຸກໂຈມຕີສຳນັກງານລັດຖະບານຫຼັງໜຶ່ງ, ລອບຈັບຕົວ ແລະ ເຂັ່ນຂ້າຕຳຫຼວດ 9 ຄົນ. ປັດຈຸບັນ, ຍັງບໍ່ມີອົງການ ຫຼື ສ່ວນບຸກຄົນໃດອອກມາຍອມຮັບເປັນຜູ້ດຳເນີນເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ