ເຫດບຸກໂຈມຕີໂຮງແຮມຢູ່ ອາບການິດສະຖານ ກໍ່ຄວາມເສຍຫາຍ ແລະ ບາດເຈັບຫລາຍຢ່າງ

(VOVWORLD) - ຊາວເກຼັກ 1 ຄົນ, ກຽກກີສະຖານ 1 ຄົນ ແລະ ຢູແກຼນ 9 ຄົນ, ໃນຂະນະນັ້ນ ຍັງມີຊາວຕ່າງປະເທດ 3 ຄົນບໍ່ທັນໄດ້ກຳນົດຊື່ ແລະ ນາມສະກຸນຢ່າງຊັດເຈນເທື່ອ.
ເຫດບຸກໂຈມຕີໂຮງແຮມຢູ່ ອາບການິດສະຖານ ກໍ່ຄວາມເສຍຫາຍ ແລະ ບາດເຈັບຫລາຍຢ່າງ - ảnh 1 ໂຮງແຮມ Intercontinental (ພາບ: THX/TTXVN)

ວັນທີ 21 ມັງກອນ, ໂຄສົກກະຊວງພາຍໃນ ອາບການິດສະຖານ ໃຫ້ຮູ້ວ່າ: ພາຍຫລັງການປິດລ້ອມບັນດາເປົ້າໝາຍບຸກໂຈມຕີ, ຫລອບຈັບຕົວປະກັນຢູ່ໂຮງແຮມ Intercontinental ນະຄອນຫລວງ Kabul ຂອງ ອາບການິດສະຖານ ເປັນເວລາ 17 ຊົ່ວໂມງ ບັ້ນຮົບກູ້ເອົາຕົວປະກັນໄດ້ສິ້ນສຸດລົງ. ຢ່າງໜ້ອຍສຸດ ມີ 18 ຄົນເສຍຊີວິດ ໃນນັ້ນມີຊາວຕ່າງປະເທດ 14 ຄົນ, ເປົ້າໝາຍບຸກໂຈມຕີກໍ່ການຮ້າຍ 6 ຄົນຖືກດັບສູນ. ບັນດາຜູ້ປະສົບເຄາະຮ້າຍເປັນຊາວຕ່າງປະເທດລວມມີ: ຊາວເກຼັກ 1 ຄົນ, ກຽກກີສະຖານ 1 ຄົນ ແລະ ຢູແກຼນ 9 ຄົນ, ໃນຂະນະນັ້ນ ຍັງມີຊາວຕ່າງປະເທດ 3 ຄົນບໍ່ທັນໄດ້ກຳນົດຊື່ ແລະ ນາມສະກຸນຢ່າງຊັດເຈນເທື່ອ.

        ກ່ອນໜ້ານັ້ນ, ໂຄສົກຂອງ Taliban ແຈ້ງໃຫ້ຮູ້ວ່າ ໄດ້ດຳເນີນເຫດບຸກໂຈມຕີ. ບັນດາມືປືນໄດ້ບຸກເຂົ້າໂຮງແຮມ Intercontinental ໃນວັນທີ 20 ມັງກອນ. ໂຮງແຮມ Intercontinental ຢູ່ Kabul ແມ່ນໜຶ່ງໃນບັນດາໂຮງແຮມໃຫຍ່ສຸດຢູ່ນະຄອນຫລວງ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ