ເຫດລອບສັງຫານນາຍົກລັດຖະມົນຕີ ສະໂລວາກີ: ສຸຂະພາບຂອງທ່ານນາຍົກລັດຖະມົນຕີ Robert Fico ພວມຄ່ອຍໆດີຂຶ້ນ

(VOVWORLD) - ສຸຂະພາບຂອງທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມຄ່ອຍໆດີຂຶ້ນ. ປະຈຸບັນ, ທ່ານພວມຢູ່ໃນໄລຍະຟື້ນຕົວ ພາຍຫຼັງເຫດລອບສັງຫານໃນອາທິດກ່ອນ.
ເຫດລອບສັງຫານນາຍົກລັດຖະມົນຕີ ສະໂລວາກີ: ສຸຂະພາບຂອງທ່ານນາຍົກລັດຖະມົນຕີ Robert Fico ພວມຄ່ອຍໆດີຂຶ້ນ - ảnh 1ໂຮງໝໍບ່ອນທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມປິ່ນປົວ
(ພາບ:AFP/TTXVN)

ວັນທີ 20 ພຶດສະພາ, ບັນດາທ່ານໝໍໃຫ້ຮູ້ວ່າ: ສຸຂະພາບຂອງທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ພວມຄ່ອຍໆດີຂຶ້ນ. ປະຈຸບັນ, ທ່ານພວມຢູ່ໃນໄລຍະຟື້ນຕົວ ພາຍຫຼັງເຫດລອບສັງຫານໃນອາທິດກ່ອນ.

        ທີ່ຖະແຫຼງການໃນສື່ສັງຄົມ Facebook, ໂຮງໝໍຢູ່ນະຄອນ Banska Bystrica, ທາງພາກກາງຂອງ ສະໂລວາກີ ຢັ້ງຢືນວ່າ ອາການສຸຂະພາບຂອງທ່ານ Fico ພວມຄ່ອຍໆເປັນປົກກະຕິ, ມີການຟື້ນຕົວດີ.

        ທ່ານ Fico, ອາຍຸ 59 ປີ, ເຂົ້າໂຮງໝໍໃນວັນທີ 15 ພຶດສະພາ ຜ່ານມາຍ້ອນຖືກຍິງຫຼາຍນັດໃນເວລາພວມດຳເນີນການພົບປະແລກປ່ຽນກັບຜູ້ສະໜັບສະໜູນຢູ່ເທດສະບານ Handlova, ທາງພາກກາງ ສະໂລວາກີ. ທ່ານຖືກຍິງ 4 ນັດ. ຜູ້ຖືກສົງໄສແມ່ນ Juraj Cintula, ອາຍຸ 71 ປີ, ໄດ້ຖືກຈັບໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ