ເຫດລະເບີດເຄື່ອງສົ່ງຂໍ້ຄວາມຢູ່ ລີບັງ: ອີຣານ ພ້ອມແລ້ວຈະໜູນຊ່ວຍປິ່ນປົວໃຫ້ຜູ້ຮັບບາດເຈັບ

(VOVWORLD) - Hezbollah ຖະແຫຼງວ່າ “ກຽມພ້ອມຢູ່ລະດັບສູງສຸດເພື່ອປ້ອງກັນ ລີບັງ ແລະ ປະຊາຊົນ”
ເຫດລະເບີດເຄື່ອງສົ່ງຂໍ້ຄວາມຢູ່ ລີບັງ: ອີຣານ ພ້ອມແລ້ວຈະໜູນຊ່ວຍປິ່ນປົວໃຫ້ຜູ້ຮັບບາດເຈັບ - ảnh 1ເຫດລະເບີດເຄື່ອງສົ່ງຂໍ້ຄວາມກໍ່ຄວາມບາດເຈັບລົ້ມຕາຍຢ່າງໃຫຍ່ຫຼວງຢູ່ ລີບັງ
(ພາບປະກອບ: Reuters/TTXVN)

        ວັນທີ 17 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Seyyed Abbas Araghchi ໄດ້ກ່າວປະນາມຢ່າງຮຸນແຮງບັນດາເຫດລະເບີດເຄື່ອງສົ່ງຂໍ້ຄວາມກໍ່ຄວາມບາດເຈັບລົ້ມຕາຍຢ່າງໃຫຍ່ຫຼວງຢູ່ ລີບັງ, ພ້ອມທັງຢືນຢັນວ່າ, ເຕເຮຣານ ພ້ອມແລ້ວຈະໜູນຊ່ວຍປິ່ນປົວໃຫ້ບັນດາຜູ້ຮັບບາດເຈັບ. ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Araghchi ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລີບັງ Abdallah Bou Habib, ພາຍຫຼັງທີ່ເຄື່ອງສົ່ງຂໍ້ຄວາມ ຫຼາຍເຄື່ອງໄດ້ລະເບີດຂຶ້ນຢູ່ຫຼາຍແຫ່ງຂອງ ລີບັງ, ເຮັດໃຫ້ຢ່າງໜ້ອຍສຸດ 9 ຄົນເສຍຊີວິດ ແລະ ເກືອບ 3.000 ຄົນຮັບບາດເຈັບ, ໃນນັ້ນ, ມີຫຼາຍສະມາຊິກຂອງຂະບວນການ Hezbollah.

        ພາຍຫຼັງບັນດາເຫດລະເບີດ, Hezbollah ຖະແຫຼງວ່າ “ກຽມພ້ອມຢູ່ລະດັບສູງສຸດເພື່ອປ້ອງກັນ ລີບັງ ແລະ ປະຊາຊົນ”, ພ້ອມທັງ ກ່າວຫາ ອິດສະຣາແອັນ ຕ້ອງຮັບຜິດຊອບຕໍ່ເຫດການ ແລະ ກ່າວເຕືອນວ່າຈະໂຕ້ຕອບ. ຝ່າຍ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳເຫັນຢ່າງເປັນທາງການຕໍ່ບັນຫານີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ