ເຫດລະເບີດແຕກຢູ່ Utsunomiya, ຍີ່ປຸ່ນແມ່ນເຫດວາງລະເບີດສະຫຼະຊີບ

ເຫດລະເບີດແຕກຢູ່ Utsunomiya, ຍີ່ປຸ່ນແມ່ນເຫດວາງລະເບີດສະຫຼະຊີບ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່ ນະຄອນ Utsunomiya ແມ່ນ​ການ​ວາງ​ສະຫຼະ​ຊ​ີບ
(ພາບ: quochoi.org)

(vovworld) - ຕາມ​ວິທະຍຸ NHK ຂອງ​ຍີ່ປຸ່ນ, ​ເຫດ​ລະ​ເບີດ​ແຕກ​ເກີດ​ຂຶ້ນ​ຢູ່​ສວນສາທາລະນະ ທີ່​ໃກ້​ກັບ​ສຳນັກງານ​ອຳນາດ​ການ​ປົກຄອງ​ນະຄອນ Utsunomiya, ​ເມືອງ​ເອກ​ແຂວງ Tochigi ນັ້ນ, ​ແມ່ນຍ້ອນການວາງ​ລະ​ເບີດ​ສະຫຼະ​ຊີບ. ນັກຮົບ​ເກົ່າ​ອາຍຸ 72 ປີ ​ໄດ້​ວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ ​ເສຍ​ຊີວິດ​ຢູ່​ກັບ​ທີ່, ​ເຫດ​ວາງ​ລະ​ເບີດຍັງ​ພາ​ໃຫ້ 3 ຄົນ​ຖືກ​ບາດ​ເຈັບ. ຕຳຫຼວດ Utsunomiya ຊອກ​ໄດ້​ຈົດໝາຍ​ຂອງ​ຕົວ​ການ ​ແລະ ພວມ​ດຳ​ເນີນ​ການ​ສືບສວນ​ເຫດ​ດັ່ງກ່າວ. ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ເຄີຍ​ເປັນ​ທະຫານ​ທີ່​ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ (SDF).

ຂ່າວ/ບົດ​ອື່ນ