ເຫດ​ລະ​ເບີດ​ໂບດ​ຢູ່ ປາ​ກິດ​ສະ​ຖານ: ຕຳຫຼວດ​ຈັບ​ຕົວຫຼາຍ​ເປົ້າ​ໝາຍ​ຖືກ​ສົງ​ໄສ

(VOVWORLD) -ຕຳຫຼວດ ປາກິດສະຖານ ໃຫ້ຮູ້ວ່າ ໄດ້ຈັບຕົວຫຼາຍເປົ້າໝາຍຖືກສົງໄສ ໃນຂັ້ນຕອນການສືບສວນເຫດວາງລະເບີດສະຫຼະຊີບ ໃນວັນທີ 30 ມັງກອນ ເລັ່ງໃສ່ໂບດ ອິດສະລາມ ຢູ່ນະຄອນ Peshawar.
ເຫດ​ລະ​ເບີດ​ໂບດ​ຢູ່ ປາ​ກິດ​ສະ​ຖານ: ຕຳຫຼວດ​ຈັບ​ຕົວຫຼາຍ​ເປົ້າ​ໝາຍ​ຖືກ​ສົງ​ໄສ - ảnh 1ບ່ອນເກີດເຫດ (ພາບ: Reuters)

ວັນທີ 1 ກຸມພາ, ຕຳຫຼວດ ປາກິດສະຖານ ໃຫ້ຮູ້ວ່າ ໄດ້ຈັບຕົວຫຼາຍເປົ້າໝາຍຖືກສົງໄສ ໃນຂັ້ນຕອນການສືບສວນເຫດວາງລະເບີດສະຫຼະຊີບ ໃນວັນທີ 30 ມັງກອນ ເລັ່ງໃສ່ໂບດ ອິດສະລາມ ຢູ່ນະຄອນ Peshawar ເຮັດໃຫ້ມີຜູ້ເສຍຊີວິດກວ່າ 100 ຄົນ.  ທ່ານ Ijaz Khan ຫົວໜ້າກອງຕຳຫຼວດແຂວງ Peshawar ໃຫ້ຮູ້ວ່າ ການສືບສວນພວມໄດ້ດຳເນີນ.

        ປັດຈຸບັນ, ບັນດານັກສືບສວນທີ່ມາຈາກອົງການສືບລາຊະການລັບ ແລະ ອົງການຕ້ານການກໍ່ການຮ້າຍຂອງ ປາແລັດສະຕິນ ພວມສຸມໃສ່ສືບສວນເພື່ອກຳນົດໄດ້ແບບວິທີ ທີ່ຜູ້ບຸກໂຈມຕີສາມາດຜ່ານຮົ້ວປ້ອງກັນຄວາມສະຫງົບ ທີ່ເຂັ້ມງວດນີ້. ກ່ອນໜ້ານັ້ນ, ໃນສື່ສັງຄົມອອນລາຍ Twitter, ທ່ານ Sarbakaf Mohmand ຜູ້ບັນຊາການກຳລັງ ຕາລີບານ ຢູ່ ປາກິດສະຖານ ໄດ້ອອກມາຍອມຮັບວ່າເປັນຜູ້ກໍ່ໃຫ້ເກີດລະເບີດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ