ເຫດລະ​ເບ​ີດໂບດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີ​ວິດ​ ແລະ ​ຮັບ​ບາດ​ເຈັບ ເກືອບ 200 ຄົນ

(VOVWORLD) -ວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shebaz Sharif ຖືວ່າ ເຫດລະເບີດໂບດ ຢູ່ນະຄອນ Peshawar, ແຂວງ Khyber Pakhtunkhwa ຢູ່ພາກຕາເວັນຕົກສ່ຽງເໜືອ ປາກິດສະຖານ ແມ່ນເຫດບຸກໂຈມຕີ ສະຫຼະຊີບ ແລະ ຢັ້ງຢືນວ່າ ຕົວການຈະຖືກດັບສູນ.
ເຫດລະ​ເບ​ີດໂບດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີ​ວິດ​ ແລະ ​ຮັບ​ບາດ​ເຈັບ ເກືອບ 200 ຄົນ  - ảnh 1ສະຖານທີ່ເກີດເຫດ (ພາບ: AFP)

ຕາມຂໍ້ມູນຫຼ້າສຸດ, ຈຳນວນຜູ້ເສຍຊີວິດໃນເຫດລະເບີດດັ່ງກ່າວໄດ້ເພີ່ມຂຶ້ນ 47 ຄົນ ແລະ ມີຜູ້ຖືກບາດເຈັບ 150 ຄົນ. ໃນເວລາເກີດເຫດ, ມີປະຊາຊົນປະມານ 260 ຄົນພວມເຂົ້າຮ່ວມພີທີພາວະນາ ຢູ່ໂບດ, ໃນນັ້ນມີພະນັກງານຕຳຫຼວດຫຼາຍຄົນ. ສ່ວນໜຶ່ງຂອງໂບດຖືກຟັງທະລາຍ. ປັດຈຸບັນ, ຍັງຫຼາຍຄົນຖືກຕິດຄ້າງຢູ່ໃຕ້ເຂດຊາກພັງທະລາຍ.

ຢູ່ສັງຄົມອອນໄລ Twitter, Sarbakaf Mohmand, ຜູ້ບັນຊາການທ່ານໜຶ່ງຂອງ ກຳລັງ ຕາລີບານ ຢູ່ ປາກິດສະຖານ, ໄດ້ກ່າວຮັບຜິດຊອບວ່າແມ່ນຜູ້ກໍ່ເຫດບຸກໂຈມຕີທີ່ນອງເລືອດດັງກ່າວ.

ພາຍຫຼັງເຫດລະເບີດ, ບັນດາແຂວງໃນທົ່ວປາກິດສະຖານ ໄດ້ປະກາດສະພາບການກ່າວເຕືອນຢູ່ລະດັບສູງ, ຕາມນັ້ນແລ້ວ ເພີ່ມທະວີບັນດາປ້ອມຄວບຄຸມ, ຜັນຂະຫຍາຍການເພີ່ມຕື່ມກຳລັງປ້ອງກັນຄວາມໝັ້ນຄົງ. ຢູ່ນະຄອນຫຼວງ Islamabad, ບັນດາມືປຶນ ໄດ້ຈັດແບ່ງ ຢູ່ຕາມອາຄານຫຼັງຕ່າງໆ ແລະ ບັນດາເສັ້ນທາງເຂົ້າອອກເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ