ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ຕາມກະຊວງປ້ອງກັນປະເທດ ຕວັກກີ ໃຫ້ຮູ້ວ່າ: ວັນທີ 10 ພະຈິກ ໄດ້ເກີດເຫດວາງລະເບີດດ້ວຍລົດໂອໂຕເຮັດໃຫ້ຢ່າງໜ້ອຍສຸດມີສາມັນຊົນ 8 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບຢູ່ເທດສະບານເມືອງ Tal Abyad ທາງທິດຕາເວັນອອກສ່ຽງເໜືອ ຊີຣີ, ປັດຈຸບັນໂດຍແມ່ນ ຕວກກີ ຄວບຄຸມ. 

ເຫດວາງລະເບີດເກີດຂຶ້ນຢູ່ບ້ານ Salik Atik, ທາງພາກໃຕ້ Tal Abyad. ຝ່າຍ ຕວັກກີ ໄດ້ກ່າວຫາບັນດາມືປືນຊາວ Kurd ຢູ່ ຊີຣີ ໄດ້ກໍ່ໃຫ້ເກີດເຫດການດັ່ງກ່າວ.

ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ (ພາບ: AFP/TTXVN)

        ເດືອນ ຕຸລາ ຜ່ານມາ, ຕວັກກີ ໄດ້ປຸກລະດົມການບຸກໂຈມຕີເຂດທາງທິດຕາເວັນອອກສ່ຽງເໜືອ ຊີຣີ ໃກ້ກັບຊາຍແດນ ຕວັກກີ, ແນໃສ່ກວາດລ້າງບັນດາມືປືນສັງກັດກຳລັງບັນດາກົມກອງປົກປ້ອງປະຊາຊົນຊາວ Kurd (YPG) ເຊິ່ງ Ankara ຖືວ່າ: ຂຶ້ນກັບພັກກຳມະກອນຊາວ Kurd (PKK) ທີ່ຖືກຖືເປັນການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ