ເຫດວາງລະເບີດປ້ອມຕຳຫຼວດຢູ່ອິນໂດເນເຊຍ

(VOVWORLD) -ເຫດວາງລະເບີດສາຫຼະຊີບຖືກເກີດຂຶ້ນຢູສຳນັກງານຕຳຫຼວດ Kartasura Sukoharjo, ກາງຂອງ Java ໃນຕອນຄ່ຳວັນທີ 03 ມິຖຸນາ. ເຫດລະເບີດເກີດຂຶ້ນໃນເວລາ 22 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ),

ເຫດວາງລະເບີດປ້ອມຕຳຫຼວດຢູ່ອິນໂດເນເຊຍ - ảnh 1 ເຫດວາງລະເບີດປ້ອມຕຳຫຼວດ

(ພາບ: detikNews)

ມີນາຍຕຳຫຼວດ 7 ຄົນພວມປະຕິບັດໜ້າທີ່ຢູ່ແຫ່ງນີ້, ແຕ່ໂຊກດີແມ່ນບໍ່ມີຜູ້ໃດຖືກຮັບບາດເຈັບ ຫຼື ເສຍຊີວິດ. ບັນດາຕົວພະຍານໃຫ້ຮູ້ວ່າ, ມີຜູ້ຊາຍຄົນໜຶ່ງນຸ່ງເສື້ອເຊີດສີດຳ ແລະ ໂສ້ງຢີນ ໄດ້ໄປທິດສຳນັກງານຕຳຫຼວດ Kartasura ແລະ ເຮັດໃຫ້ລະເບີດຖືຕາມຕົວແຕກ. ຕົວການໄດ້ສົ່ງໄປໂຮມໝໍ ແລະ ປະຈຸບັນອາການສຸຂະພາບເຈັບສາຫັດ. ຕຳຫຼວດຢູ່ເຂດໃຈກາງ Java ແລະ ຕຳຫຼວດເຂດ Sukoharjo ພວມສືບສວນເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ