ເຫດວາງລະເບີດຢູ່Nigeria,ເຮັດໃຫ້100ຄົນເສຍຊີວິດແລະຮັບບາດເຈັບ

ເຫດວາງລະເບີດຢູ່Nigeria,ເຮັດໃຫ້100ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
​ຜູ້​ປະສົບ​ເຄາະ​ຮ້າຍສ່ວນ​ຫຼາຍ​ແມ່ນ
​ຜູ້​​ເລາະ​ຂາຍເຄື່ອງ ​ແລະ ​ແຂກສັນຈອນ​ໄປມາ
(ພາບ: Getty)


(vovworld) – ຢ່າງ​ໜ້ອຍ​ສຸດ​ມີ 32 ຄົນ​ເສຍ​ຊີວິດ ​ແລະ 80 ຄົນ​ຮັບ​ບາດ​ເຈັບ ​ເມື່ອ​ລະ​ເບີດ​ລູກໜຶ່ງ​ແຕກ​ຢູ່​ສະຖານ​ທີ່​ຈອດລົດຈັກ ຢູ່​​ເມືອ​ງ​ເອກ Yola, ຂຶ້ນ​ກັບ​ລັດ Adamawa, ທາງ​ທິດ​ເໜືອ Nigeria, ​ໃນ​ວັນ​ທີ 17/11. ​ເຫດການ​ເກີດ​ຂຶ້ນ​ພາຍຫຼັງ​ພຽງ 2 – 3 ວັນ​ເມື່ອ​ທ່ານ​ປະທານາທິບໍດີ Muhammadu Buhari ມາຢ້ຽມຢາມ​ເຂດ​ນີ້ ​ແລະ ຖະ​ແຫຼ​ງວ່າ Boko Haram ຈະ​ຖືກ​ຕີ​ປະລາ​ໄຊ. ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໃຫ້​ຮູ້​ວ່າ, ​ຜູ້​ປະສົບ​ເຄາະ​ຮ້າຍສ່ວນ​ຫຼາຍ​ແມ່ນ​ຜູ້​​ເລາະ​ຂາຍເຄື່ອງ ​ແລະ ​ແຂກສັນຈອນ​ໄປມາ. Boko Haram ​​ຖະ​ແຫຼ​ງວ່າ ​ໄດ້ຈົ່ງຮັກ​ພັກ​ດີ​ກັບ​ອົງການ​ລັດ​ອິດສະ​ລາມ (IS) ​ອ້າງຊື່​​ເອງ ​ແລະ ຢາກ​ສ້າງ​ຕັ້ງ “ລາຊະ​ອານາ​ຈັກ​ອິດສະ​ລາມ” ຢູ່​ເຂດ​ອາ​ຟະ​ລິ​ກາ ຕາ​ເວັນ​ຕົກຕາມ​ເຂ​ດຊາຍ​ແດນ Nigeria ​ຂ້າມໄປ​ສູ່​ບັນດາ​ປະ​ເທດ​ບ້ານໃກ້​ເຮືອນ​ຄຽງ.

ຂ່າວ/ບົດ​ອື່ນ