ເຫດວາງລະເບີດຢູ່ຕວກກີເຮັດໃຫ້45ຄົນເສຍຊີວິດແລະຮັບບາດເຈັບ

ເຫດວາງລະເບີດຢູ່ຕວກກີເຮັດໃຫ້45ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ເຫດວາງລະເບີດຢູ່ຕວກກີ
ເຮັດໃຫ້ 45 ຄົນເສຍຊີວິດແລະຮັບບາດເຈັບ
(ພາບ: Reuters)

(vovworld) - ວັນ​ທີ 10/05, ວົງ​ການ​ເຈົ້າ​ໜ້າ​ທີ່​ຕວກ​ກີ ໃຫ້​ຮູ້​ວ່າ, ຢ່າງໜ້ອຍ​ສຸດ​ມີ 3 ຄົນ​ເສຍ​ຊີ​ວິດ ແລະ 42 ຄົນ​ຮັບ​ບາດ​ເຈັບ ໃນ​ເຫດ​ວາ​ງ​ລະ​ເບີດ​ລົດ​ໂອ​ໂຕ ແນ​ໃສ່​ຕຳ​ຫຼວດ​ຢູ່​ແຂວງ Diyarbakir ທາງທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດນີ້. ບັນ​ດາ​ເປົ້າ​ໝາຍ​ປະ​ຕິ​ບັດ​ເຫດ​ວ​າງ​ລະ​ເບີດ​ຖືກ​ສົງ​ໄສວ່າ​ແມ່ນ​ສະ​ມາ​ຊິກ​ຂອງ​ພັກ​ກຳ​ມະ​ກອນ​ຊາວ Kurd (PKK) ແລະ ຖືກ​ຈັບ​ຕົວ​ໃນ​ວັນ​ດຽວ​ກັນ. ແຂວງ Diyarbakir ຂອງ​ຕວກ​ກີ ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ, ດ້ວຍ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ ຍ້ອນ​ບັນ​ດາ​ມື​ປືນ PKK ກໍ່​​ຂຶ້ນ.

ຂ່າວ/ບົດ​ອື່ນ