ເຫດວາງລະເບີດຢູ່ອີຣັກເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດ

ເຫດວາງລະເບີດຢູ່ອີຣັກເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 05/10, ກຸ່ມ​ລັດ​ອິດສະ​ລາມ IS ຂະໜານ​ນາມ​ເອງ ຍອມຮັບ​ໄດ້​ດຳ​ເນີນ​ເຫດ​ວາງ​ລະ​ເບີດ​ໃກ້ກັບ​ນະຄອນ Basra ຂອງ​ອີຣັກ, ​ເຮັດ​ໃຫ​້ຢ່າງ​ໜ້ອຍ​ສຸດ 11 ຄົນ​ເສຍ​ຊີວິດ. ວົງ​ການ​ເຈົ້າ​ໜ້າ​ທີ່​ແຂວງ Basra ​ໃຫ້​ຮູ້​ວ່າ, ​ເຫດ​ວາງ​ລະ​ເບີດ​ຍັງ​ເຮັດ​ໃຫ້ 24 ຄົນ​ອື່ນ​ຮັບ​ບາດ​ເຈັບ. ​ເຫ​ດວາງ​ລະ​ເບີດ​​ລົດ​ໂອ​ໂຕຢ່າງ​ນອງ​ເລືອດ 2 ຄັ້ງ​ອື່ນ ກໍ​ເກີດ​ຂຶ້ນ​ຢູ່​ທາງ​ທິດ​ເໜືອ​ນະຄອນຫຼວງ ​ແບກ​ແດດ ຂອງ​ອີ​ຮັກ, ​ເຮັດ​ໃຫ​້ 42 ຄົນ​ເສ​ຍຊີວິດ ​ແລະ 38 ຄົນ​ຮັບ​ບາດ​ເຈັບ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຫົວໜ້າ​ເຜົ່າ Albu Nimer ຢູ່​ແຂວງ Anbar ​ໃຫ້​ຮູ້​ວ່າ, IS ​ໄດ້​ລອກ​ຈັບ​ຕົວ, ສັງຫານ​ຜູ້​ຊາຍ 70 ຄົນ​ຂອງ​ເຜົ່ານິກາຍ Sunni ​ແລະ ຕ້ານຄືນ IS ນີ້. ບັນດາ​ຜູ້​ຖືກສັງຫານ​ລ້ວນ​ແຕ່​ແມ່ນ​ສາມັນ​ຊົນ, ​ແຕ່​ມີ​ພໍ່ ຫຼື ອ້າຍ, ນ້ອງ​ເຂົ້າ​ຮ່ວມ​ກອງທັບ, ຕະຫຼວດ ​ແລະ ບັນດາ​ກຳ​ລັງ​ເຄິ່ງທະຫານ ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ລັດຖະບານ ພວມ​ຕໍ່ສູ້​ຕ້ານ IS.

ຂ່າວ/ບົດ​ອື່ນ