ເຫດວາງລະເບີດຢູ່ອາບກາກິດສະຖານເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບຫລາຍຄົນ

ເຫດວາງລະເບີດຢູ່ອາບກາກິດສະຖານເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບຫລາຍຄົນ - ảnh 1
ເຫດວາງລະເບີດຢູ່ອາບກາກິດສະຖານເຮັດ
ໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບຫລາຍຄົນ
(ພາບ: TTXVN)

(vovworld) - ວົງ​ການ​ເຈົ້າ​ໜ້າ​ທີ່ ອາບກາ​ກິດ​ສະຖານ​ ໃຫ້ຮູ້​ວ່າ ວັນ​ທີ 11/04 ມີຜູ້​ວາງ​ລະ​ເບີດ​ສະຫຼະ​ຊີ​ບຄົນໜຶ່ງ​ໄດ້​ບຸກ​ໂຈມ​ຕີ​ລົດຂົນ​ສົ່ງນັກຮົບ​ໃໝ່​ຂ​ອງທະຫານ​ປະ​ເທດ​ນີ້​ ຢູ່​​​ໃກ້​ກັບນະຄອນ Jalalabad ຂຶ້ນ​ກັບ​ແຂວງ Nangarhar ພາກຕາ​ເວັນ​ອອກ ອາບ​ກາ​ກິດ​ສະຖານ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 12 ຄົນ ​ແລະ ຮັບ​ບາດ​ເຈັບ 38 ຄົນ. ​ໂຄສົກ​​ແຂວງ Nangarhar ທ່ານ Ataullah Khogyani ຮັບຮອງ​ຂ່າວ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ ອາບ​ກາ​ກິດ​ສະຖານ ຢືນຢັນ​ວ່າ: ຕົວ​ການ​ໄດ້​ຂັບ​ລົດຈັກຕຳ​​ໃສ່​ລົດ​ຂົນ​ສົ່ງ​ນັກຮົບ​ໃໝ່. ບັນດາ​ຜູ້​ຮັບ​ບາດ​ເຈັບ ​ຖືກ​ສົ່ງຈາກ Jalalabad ​ເຖິງ Kabul. ປະຈຸ​ບັນ ຍັງບໍ່ທັນ​ມີ​ກຸ່ມພວກ​ກະບົດ​ໃດ ອອກ​ມາຍ​ອມຮັບວ່າ ​ເປັນ​ຕົວການທີ່​ໄດ້​ປະຕິບັດ​ເຫດການ​ດັ່ງກ່າວ. ​ແຕ່​ວ່າຕາມ​ບັນດາ​ນັກ​ສືບສວນ​ສອບ​ສວນແລ້ວ ​ເຫດ​ບຸກ​ໂຈມ​ຕີນີ້ ຄື​ກັນ​ກັບ​ວິທີ​ເຊິ່ງ  Taliban ທີ່ເຄີຍ​ດຳ​ເນີນ​ເພື່ອ​ບຸກ​ໂຈມ​ຕີ​​ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ.

ຂ່າວ/ບົດ​ອື່ນ