ເຫດວາງລະເບີດຢູ່ອາບການິດສຖານເຮັດໃຫ້60ຄົນເສຍຊີວິດແລະຮັບບາດເຈັບ

ເຫດວາງລະເບີດຢູ່ອາບການິດສຖານເຮັດໃຫ້60ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ເຫດວາງລະເບີດຢູ່ອາບການິດສຖານ
ເຮັດໃຫ້ 60 ຄົນເສຍຊີວິດແລະຮັບບາດເຈັບ
(ພາບ: PressTV)


(vovworld) – ​​ເຫດ​ວາງ​ລະ​ເບີດ​ສະຫຼະຊີບ​ເກີດ​ຂຶ້ນ​​ໃນ​ການ​ແຂ່ງຂັນ​ບານ​ເຕະ​ຢູ່ທາງ​ທິດຕາ​ເວັນ​ອອກສຽງ​​ໃຕ້​ອາບ​ກາ​ນິດ​ສຖານ, ​ໄດ້​​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 9 ຄົນ​ເສຍ​ຊີວິດ ​ແລະ ກວ່າ 50 ຄົນ​ຮັບ​ບາດ​ເຈັບ. ​ເຫດ​ວາງ​ລະ​​ເບ​ີດ​ເກີດ​ຂຶ້ນ​ຢູ່​ແຂວງ Paktika, ຕິດ​ກັບ​ເຂດ​ຊາຍ​ແດນ ປາ​ກິດສຖານ. ຕາມ​ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ແລ້ວ, ນີ​້ແມ່ນ​ເຫດ​ວາງລະ​ເບີດນຳ​ໃຊ້​ລົດ​ໂອ​ໂຕ ຫຼື ລົດຈັກ ​ແລະ ​ເປົ້າ​ໝາຍ​ແມ່ນບັນດາ​ເຈົ້າໜ້າ​ທີ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ພວມ​ຕິດ​ຕາມ​ການ​ແຂ່ງ​ຂັນ​ບານ​ເຕະ. ປີ 2014, ​ເຫດ​ວາລະ​ເບີດ​ຄ້າຍຄື​ກັນ​ກໍ່​ເກີດ​ຂຶ້ນ​ໃນ​ການ​ແຂ່ງ​ຂັນບານ​ສົ່ງ​ຢູ່​ແຂວງ Paktika ​ເຮັດ​​ໃຫ້ 50 ຄົນ​ເສຍຊີວິດ.

ຂ່າວ/ບົດ​ອື່ນ