ເຫດວາງລະເບີດຢູ່ໂກໂລມບີ, ມີຫຼາຍຄົນຮັບບາດເຈັບແລະເສຍຊີວິດ

(VOVWORLD) -ທ່ານປະທານາທິບໍດີໂກໂລມບີ Juan Manuel Santos ແຈ້ງວ່າ, ຈຳນວນຜູ້ຖືກເສຍຊີວິດໃນເຫດວາງລະເບີດຖືກເກີດຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ (ຕາມເວລາຮ່າໂນ້ຍ) ຢູ່ສູນການຄ້າ Centro Andino, ຢູ່ນະຄອນຫຼວງ Bogota ແມ່ນ 3 ຄົນ ແລະ 9 ຄົນຮັບບາດເຈັບ.

ເຫດວາງລະເບີດຢູ່ໂກໂລມບີ, ມີຫຼາຍຄົນຮັບບາດເຈັບແລະເສຍຊີວິດ - ảnh 1ເຫດວາງລະເບີດຢູ່ໂກໂລມບີ, ມີຫຼາຍຄົນຮັບບາດເຈັບແລະເສຍຊີວິດ

(ພາບ: AFP)

ທ່ານປະທານາທິບໍດີ Santos ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດບຸກໂຈມຕີ, ພ້ອມທັງອອກຄຳສັ່ງໃຫ້ຫົວໜ້າຕຳຫຼວດ Jorge Nieto ຊີ້ິ້ນຳການສືບສວນເຫດການ. ໃນຂະນະນັ້ນ, ໃນສື່ສັງຄົມ Twitter, ກຸ່ມທະຫານປົດປ່ອຍແຫ່ງຊາດ ໂກໂລມບີ (ELN) ກໍ່ໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ ແລະ ຮຽກຮ້ອງໃຫ້ລັດຖະບານດຳເນີນການສືບສວນເພື່ອເຮັດແຈ້ງຕົວການ. ອົງການປະກອບອາວຸດ ພວມເຂົ້າຮ່ວມວິວັດການເຈລະຈາກັບລັດຖະບານ ໂກໂລມບີ ຮຽກຮ້ອງຢຸດຕິການກ່າວຫາໂດຍບໍ່ມີຫຼັກຖານ ແລະ ກ່າວຟ້ອງພວກ ຢາກທຳລາຍວິວັດການສັນຕິພາບຢູ່ປະເທດນີ້. ELN ຢັ້ງຢືນວ່າ, ບໍ່ດຳເນີນການບຸກໂຈມຕີສົ່ງຜົນສະທ້ອນເຖິງສາມັນຊົນຈັກເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ