ເຫດວາງ​ລະ​ເບີດ​ລົດຢູ່ ອາ​ບກາ​ນິດ​ຖານເຮັດ​ໃຫ້​ມີຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ

(VOVWORLD) - ໃນເວລາມໍ່ໆມານີ້, ການນຳໃຊ້ຄວາມຮຸນແຮງຍັງຄົງສືບຕໍ່ເກີດຂຶ້ນຢູ່ອາບການິດຖານໃນສະພາບການຕາງໜ້າ Taliban ແລະ ອາເມລິກາຄາດວ່າຈະເລີ່ມຕົ້ນການເຈລະຈາຮອບໃໝ່ຢູ່ ກາຕາ ໃນເດືອນນີ້.
ເຫດວາງ​ລະ​ເບີດ​ລົດຢູ່ ອາ​ບກາ​ນິດ​ຖານເຮັດ​ໃຫ້​ມີຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ - ảnh 1ສະຖານທີ່ເກີດເຫດວາງລະເບີດລົດ (ພາບ: AFP/TTXVN)

ວັນທີ 2 ມິຖຸນາ, ມີ ຜູ້ຖືກເສຍຊີວິດ 2 ຄົນ ແລະ ຜູ້ຮັບບາດເຈັບຫຼາຍສິບຄົນພາຍຫຼັງເກີດເຫດວາງລະເບີດຢ່າງຕໍ່ເນື່ອງ 4 ຄັ້ງໃນວັນດຽວກັນທີ່ນະຄອນຫຼວງ Kabul ຂອງ ອາບການິດຖານດ້ວຍເປົ້າໝາຍແມ່ນສາມັນຊົນ. ທ່ານ ປະທານາທິບໍດີ ອາບການິດຖານ Ashraf Ghani ໄດ້ຕຳໜິຕິຕຽນ ບັນດາເຫດບຸກໂຈມຕີດັ່ງກ່າວ ແລະ ຢັ້ງຢືນວ່າ ສັດຕູບໍ່ສາມາດເຮັດໃຫ້ ຄວາມໄວ້ເນື້ອເຊື້ອໃຈຂອງປະຊາຊົນທີ່ມີຕໍ່ອະນາຄົດທີ່ສົດໃສ ແລະ ກ້າວໜ້າຂອງ ອາບການິດຖານຫຼຸດໜ້ອຍຖອຍລົງ.

ໃນເວລາມໍ່ໆມານີ້, ການນຳໃຊ້ຄວາມຮຸນແຮງຍັງຄົງສືບຕໍ່ເກີດຂຶ້ນຢູ່ອາບການິດຖານໃນສະພາບການຕາງໜ້າ Taliban ແລະ ອາເມລິກາຄາດວ່າຈະເລີ່ມຕົ້ນການເຈລະຈາຮອບໃໝ່ຢູ່ ກາຕາ ໃນເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ