ເຫດວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້170ຄົນເສຍຊີວິດ

ເຫດວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້170ຄົນເສຍຊີວິດ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 9/6, ຕຳຫລວດ ອີຣັກ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​​ເຫດວາງ​ລະ​ເບີດສະຫລະ​ຊີບ 2 ຄັ້ງ ຢູ່ ນະຄອນ Tuz-Khurmato ຂຶ້ນ​ກັບ​ແຂວງ Salahudin ພາກ​ກາງ ປະ​ເທດ​ນີ້ ​ເຮັດ​ໃຫ້ 25 ຄົນ​ເສຍ​ຊີວິດ ​ແລະ ອີກ 145 ຄົນຖືກ​ບາດ​ເຈັບ. ບັນດາ​ເຫດ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ຢູ່​ຕໍ່ຫນ້າ​ສຳນັກງານ ພັກ​ພັນທະ​ມິດ​ຂອງ​ຊາວ ​ເຄີ​ດສ ຮັກ​ຊາດ(PUK) ​ໂດຍ​ປະທານາທິບໍດີ Jalal Talabani ນຳພາ ຢູ່ ນະຄອນ Tuz-Khurmato ຫ່າງ​ຈາກ​ເມືອງ​ເອກ Tikrit ຂອງ​ແຂວງ Salahudin ທາງ​ທິດ​ຕາ​ເວັນ​ອອກ ປະມານ 90 ກິ​ໂລ​ແມັດ.  ​ເຫດ​ວາງ​        ລະ​ເບ​ີດດັ່ງກ່າວ​ໄດ້​ກໍ່​ຄວາມ​ເສຍ​ຫາ​ຍຢ່າງ​ຫນັກຫນ່ວງ​ຕໍ່​ສຳນັກງານ​ຂອງ PUK ​ແລະ ບັນດາ​ອາຄານ​ໃກ້​ຄຽງ. ຜູ້ຖືກ​ເຄາະ​ຮ້າຍ​ສ່ວນ​ຫລາຍ​ແມ່ນ​ພະນັກງານ ​ແລະ ​ເຈົ້າ​ຫນ້າ​ທີ່ ຊາວ​ເຄີ​ດສ ທີ່​ເຮັດ​ວຽກ​ຢູ່​ສຳນັກງານ​ດັ່ງກ່າວ. ນີ້​ແມ່ນ​ຄັ້ງ​ທີ 2 ​ໃນ​ 2 ມື້​ຜ່ານ​ມາ ສຳນັກງານ​ຂອງ PUK ຖືກ​ບຸກ​ໂຈມ​ຕີ.

 

ຂ່າວ/ບົດ​ອື່ນ