ເຫດ​ວາງ​ລະ​ເບີດ​​ສະຫຼະ​ຊີບຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້​ມ​ີ​ຜູ້​ເສ​ຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຢ່າງຫຼວງຫຼາຍ

(VOVWORLD) -ວັນທີ 17 ກຸມພາ, ເຫດວາງລະເບີດສະຫຼະຊີບເລັ່ງໃສ່ລົດໂອໂຕຕຳຫຼວດຄັນໜຶ່ງ ໄດ້ເກີດຂຶ້ນ ຢູ່ ນະຄອນ Quetta, ເມືອງເອກ ແຂວງ Balochistan, ທາງພາກຕາເວັນຕົກສ່ຽງໃຕ້ ຂອງ ປາກິດສະຖານ, ເຮັດໃຫ້ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະ 35 ຄົນໄດ້ຮັບບາດເຈັບ. 
ເຫດ​ວາງ​ລະ​ເບີດ​​ສະຫຼະ​ຊີບຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້​ມ​ີ​ຜູ້​ເສ​ຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຢ່າງຫຼວງຫຼາຍ - ảnh 1 ສະຖານທີ່ເກີດເຫດ (ພາບ: THX/TTXVN)

ເຈົ້າໜ້າທີ່ສາທາລະນະສຸກ ປາກິດສະຖານຜູ້ໜຶ່ງໃຫ້ຮູ້ວ່າ ໄດ້ຮັບ ສົບຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຮັບບາດເຈັບ 35 ຄົນ ຢູ່ໂຮງໝໍພົນລະເມືອງໃນນະຄອນ. ໃນຈຳນວນຜູ້ເສຍຊີວິດນັ້ນມີ ຕຳຫຼວດ 2 ຄົນ. ຕຳຫຼວດ ແລະ ກຳລັງປ້ອງກັນຄວາມສະຫງົບ ໄດ້ ປິດລ້ອມສະຖານທີ່ເກີດເຫດ. ປັດຈຸບັນ ຍັງບໍ່ມີກຸ່ມໃດອອກມານຍອມຮັບວ່າໄດ້ ດຳເນີນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ