ເຫດວາງລະເບີດສະຫຼະຊີບຢູ່Nigeriaເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ

ເຫດວາງລະເບີດສະຫຼະຊີບຢູ່Nigeriaເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
​ເຫດວາງ​ລະ​ເບີ​ດສະຫຼະ​ຊີບ​ຢູ່ Nigeria
(ພາບ: premiumtimesng)


​​(vovworld) - ຢ່າງ​ໜ້ອຍ​ສຸດມີ 15 ຄົນ​ເສຍ​ຊີວິດ ​ແລະ 47 ຄົນ​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີ​ດສະຫຼະ​ຊີບ ຢູ່ Damaturu, ​ເມືອງ​ເອກລັດ Yobe, ທິດຕາ​ເວັນ​ອອກສຽງ​ເໜືອ Nigeria. ​ໂຄສົກ​ຂອງ​ຕຳ​ຫຼວດລັດ Yobe ​ໃຫ້​ຮູ້​ວ່າ, ​​ເຫດວາງ​ລະ​ເປີດ​​ເກີດ​ຂຶ້ນ​ໃນ​ວັນ​ທີ 26/07, ​ເມື່ອ​ບັນ​ດາພາກ​ສ່ວນ​ບຸກ​ໂຈມຕີ​ໄດ້​ວາງລະ​ເບີດ​ຢູ່​ບອນ​ເຂົ້າຂອງ​ຕະຫຼາດ​ແຫ່ງ​ໜຶ່ງ. ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ອົງການ​​ໃດ​ຮັບຜິດຊອບ​ດຳ​ເນີນ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ, ​ແຕ່​ກຸ່ມ​ກະບົດ Boko Haram ​ເຄີຍ​ຖືກ​ກ່າວ​ຫາ​ແມ່ນ​ຕົວ​ການ​ໃນ​ບັນດາ​ເຫດ​ວາງ​ລະ​ເບີດ​ແບບ​ນີ້. Boko Haram ​ແມ່ນ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ໃຫຍ່​ກວ່າ​ໝູ່​ສຳລັບ Nigeria ​ແຕ່​ປີ 2009 ​ເມື່ອ​ລູກ​ຮື້​ຂຶ້ນທ​້ວງ​ເອົາ​ສ້າງ​ຕັ້ງ​ລັດ​ອິດສລາມ​ຢູ່​ທາງ​ພາກ​ເໜືອ.

ຂ່າວ/ບົດ​ອື່ນ