ເຫດວາງລະເບີດສະຫຼະຊີບຢູ່ຊີຣີ ເຮັດໃຫ້ທະຫານ 50 ຄົນເສຍຊີວິດ

ເຫດວາງລະເບີດສະຫຼະຊີບຢູ່ຊີຣີ ເຮັດໃຫ້ທະຫານ 50 ຄົນເສຍຊີວິດ - ảnh 1
​ເຫດວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ຊີຣີ
(ພາບ: AFP)


(vovworld) -     ອົງ​ການ​ຕິດຕາມ​ກວດກາສິດທິ​ມະນຸດ​ຊີຣີ (SOHR, ມີ​ສຳນັກງານ​ຕັ້ງ​ຢູ່​ອັງ​ກິ​ດ) ​ໃຫ້​ຮູ້​ວ່າ, ວັນ​ທີ 5/11, ຢູ່​ແຂວງ Hama, ທາງ​ພາກ​ກາງ​ຊີຣີ ​ໄດ້​ເກ​ີດ​ເຫດວາງ​ລະ​ເບີດ​ສະຫຼະ​ຊີບດ້ວຍ​ລົດ​ໂອ​ໂຕ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ​ທະ​ຫານ ​ແລະ ບັນດາ​ມື​ປືນນິຍົມລັດຖະບານ 50 ຄົນ​ເສຍ​ຊີວິດ. ຜູ້ອຳ​ນວຍການ SOHR ທ່ານ Rami Abdel Rahman ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ບໍລິ​ເວນເຕົ້າ​ໂຮມ​ທະຫານ ​ແລະ ບັນດາ​ມື​ປືນນິຍົມລັດຖະບານ​ຊີຣີ ​ໃນ​ເຂດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແລະກໍ​ຕາມ SOHR ​ແລ້ວ, ​ໃນ​ວັນ​ດຽວ​ກັນ, ທະຫານ​ຊີຣີ ​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ແຂວງ Idlib, ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ນີ້, ​​ອັນໄດ້ດັບ​ສູນ​ມື​ປືນ​ທີ່​ຄັດຄ້ານ​ລັດຖະບານ 20 ຄົນ, ​ໃນ​ນັ້ນ​ມີການ​ນຳ​ທະ​ການ​ກະບົດ Basil Eissa.

ຂ່າວ/ບົດ​ອື່ນ