ເຫດວາງລະເບີນສະຫຼະຊີບຢູ່ທິດຕາເວັນອອກສ່ຽງເໜືອນີເຊເຣຍ

ເຫດວາງລະເບີນສະຫຼະຊີບຢູ່ທິດຕາເວັນອອກສ່ຽງເໜືອນີເຊເຣຍ - ảnh 1
ຫດວາງລະເບີນສະຫຼະຊີບຢູ່ທິດຕາເວັນອອກສ່ຽງເໜືອນີເຊເຣຍ
(ພາບ: hanoimoi)

(vovworld) – ວັນ​ທີ 12/05, ​​ໄດ້​ເກີດເຫດ​ວາງ​ລະ​ເບີ​ດສະຫຼະ​ຊີບ ​ຢູ່​ນອກ​ຕຶກອາຄານ​ ຂອງຫ້​ອງວ່າການ​ລັດຖະບານ​ຢູ່ນະຄອນ Maiduguri, ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ນີ​ເຊ​ເຣຍ ​ເຮັດ​ໃຫ້​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍສຸດ 5 ຄົນ ​ແລະ ຜູ້​ຮັບ​ບາດ​ເຈັ​ບ 19 ຄົນ. ຕາມ​ບັນດາຕົວ​ພະຍາ​ມ​​ແລ້ວ, ​ເຫດ​ວາງ​ລະ​ເບີ​ດ​ເກີດ​ຂຶ້ນ​ຢູ່​ປະຕູ​ໂຂງ​ຂອງຕຶກ​ອາຄານນີ້, ​​ເຊິ່ງແມ່ນ​ແຫ່ງ​ທີ່ເປັນ​ສຳນັກງານຂອງ​ຫລາຍ​ອົງການ​ລັດຖະບານ​. ​ເຫ​ດບຸກ​ໂຈມ​ຕີ​ຢູ່​ໃຈກາງ​ນະຄອນ​ນີ້ ​ໄດ້ຮັບຖື​ວ່າ ​ໂດຍພວກກະບົດອິດສະ​ລາມ Boko Haram ປະຕິບັດ. ກອງທັບ ນີ​ເຊ​ເຣຍ ​ໄດ້​ຍາດ​ຄືນ​ຫລາຍ​ເຂດ​ແຄ້ວ​ນ ທີ່​ເຄີຍ​ຕົກ​ຢູ່​ໃນ​ກຳມື​ຂອງພວກ​ກະບົດ Boko Haram. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ບັນດາ​ພວກກະບົດ Boko Haram ສືບ​ຕໍ່​ປະຕິບັດ​​ການ​ບຸກ​ໂຈມ​ຕີ​ສະຫຼະ​ຊີບຕ່າງໆ ​ເລັ່ງ​ໃສ່​ຕະຫລາດ, ​ໂບດ​ອິດສະ​ລານ, ຄິວ​ລົດ.

ຂ່າວ/ບົດ​ອື່ນ