ເຫດວາງສະເບີດຢູ່ສະໜາມກິລາຂອງອັງກິດ: ຕຳຫຼວດຢັ້ງຢືນຊື່ຜູ້ຖືກສົງໄສ

(VOVWORLD) -ວັນທີ 23 ພຶດສະພາ, ຕຳຫຼວດອັງກິດ ຢັ້ງຢືນວ່າ Salman Ramadan Abedi, ອາຍຸ 22 ປີ, ປະຈຸບັນພວມດຳລົງຊີວິດຢູ່ Manchester, ເຊື້ອຊາດລີບີ, ແມ່ນເປົ້າໝາຍດຳເນີນເຫດບຸກໂຈມຕີກໍ່ການຮ້າຍໃນຕອນຄ່ຳວັນທີ 22 ພຶດສະພາ (ຕາມເວລາອັງກິດ), ຢູ່ສະໜາມກິລາ Manchester Arena, ນະຄອນ Manchester, ປະເທດອັງກິດ, ເຮັດໃຫ້ຢ່າງໜ້ອຍສຸດ 22 ຄົນເສຍຊີວິດ ແລະ 59 ຄົນຮັບບາດໄດ້ເຈັບ.
ເຫດວາງສະເບີດຢູ່ສະໜາມກິລາຂອງອັງກິດ: ຕຳຫຼວດຢັ້ງຢືນຊື່ຜູ້ຖືກສົງໄສ - ảnh 1 (ພາບປະກອບ: TTXVN)

ແລະກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ຍົກລະດັບການເຕືອນໄພນາບຂູ່ການກໍ່ການຮ້າຍຈາກລະດັບ “ຮ້າຍແຮງ” ຂຶ້ນເຖິງລະດັບ “ຮ້າຍແຮງທີ່ສຸດ” ພາຍຫຼັງເຫດບຸກໂຈມຕີສະຫຼະຊີບເຮັດໃຫ້ 22 ຄົນເສຍຊີວິດຢູ່ນະຄອນ Manchester. ນີ້ແມ່ນລະດັບການເຕືອນໄພການກໍ່ການຮ້າຍສູງສຸດຢູ່ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ