ເຫດອຸໂມງພັງຖະຫຼົ່ມຢູ່ ອິນເດຍ: ບັ້ນຊ່ວຍກູສິ້ນສຸດລົງຢ່າງຈົບງາມ, ກຳມະກອນທັງໝົດ 41 ຄົນຍັງມີຊີວິດຢູ່

(VOVWORLD) - ກຳມະກອນ 41 ຄົນດັ່ງກ່າວຖືກຕິດຄ້າງແຕ່ວັນທີ 12 ພະຈິກ ຜ່ານມາ, ເມື່ອດິນເຊາະເຈືອນເຮັດໃຫ້ອຸໂມງມີຄວາມຍາວ 4,5 ກມ ເຊິ່ງເຂົາເຈົ້າພວມກໍ່ສ້າງຖືກພັງຖະຫຼົ່ມ.
ເຫດອຸໂມງພັງຖະຫຼົ່ມຢູ່ ອິນເດຍ: ບັ້ນຊ່ວຍກູສິ້ນສຸດລົງຢ່າງຈົບງາມ, ກຳມະກອນທັງໝົດ 41 ຄົນຍັງມີຊີວິດຢູ່ - ảnh 1ກຳມະກອນທັງໝົດ 41 ຄົນໄດ້ຮັບການຊ່ວຍກູສຳເລັດ
(ພາບ: AFP/TTXVN)

        ຕອນຄ່ຳວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ) ຢູ່ ອິນເດຍ, ກຳມະກອນທັງໝົດ 41 ຄົນໄດ້ຕິດຄ້າງໃນອຸໂມງ Silkyara ຢູ່ລັດ Uttarakhand, ທາງພາກເໜືອ ອິນເດຍ ໄດ້ຮັບການຊ່ວຍກູສຳເລັດ ພາຍຫຼັງເວລາ 17 ວັນ.

        ກຳມະກອນ 41 ຄົນດັ່ງກ່າວຖືກຕິດຄ້າງແຕ່ວັນທີ 12 ພະຈິກ ຜ່ານມາ, ເມື່ອດິນເຊາະເຈືອນເຮັດໃຫ້ອຸໂມງມີຄວາມຍາວ 4,5 ກມ ເຊິ່ງເຂົາເຈົ້າພວມກໍ່ສ້າງຖືກພັງຖະຫຼົ່ມ. ພາຍຫຼັງໄດ້ກອບກູ້, ບັນດາກຳມະກອນໄດ້ສົ່ງໄປຍັງໂຮງໝໍຢູ່ໃກ້ໆນັ້ນເພື່ອປິ່ນປົວ. ກຳມະກອນທັງໝົດແມ່ນມີສຸຂະພາບອ່ອນແອ ແຕ່ບໍ່ນາບຂູ່ເຖິງຊີວິດ. ເຈົ້າໜ້າທີ່ ອິນເດຍ ຍັງບໍ່ທັງຍົກອອກສາຍເຫດພາໄປເຖິງເຫດອຸໂມງພັງຖະຫຼົ່ມ, ແຕ່ເຂດນີ້ຖືກດິນເຊາະເຈືອນ, ເກີດແຜນດິນໄຫວ ແລະ ນ້ຳຖ້ວມເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ