ເຫດຮ້ອງຟ້ອງສາກົນຄັ້ງທໍາອິດກ່ຽວກັບດິນຟ້າອາກາດເພື່ອແນໃສ່ປົກປັກຮັກສາມະຫາສະໝຸດ

(VOVWORLD) - ປະຈຸບັນ, ສະພາບດິນຟ້າອາກາດອາກາດຮ້າຍແຮງເພີ່ມຂຶ້ນທັງດ້ານຈຳນວນ ແລະ ຄວາມຮຸນແຮງໄດ້ເພີ່ມຂຶ້ນໃນແຕ່ລະປີ
ເຫດຮ້ອງຟ້ອງສາກົນຄັ້ງທໍາອິດກ່ຽວກັບດິນຟ້າອາກາດເພື່ອແນໃສ່ປົກປັກຮັກສາມະຫາສະໝຸດ - ảnh 1ສະພາບດິນຟ້າອາກາດອາກາດຮ້າຍແຮງເພີ່ມຂຶ້ນອັນໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນ
(ພາບ: PINA)

            ເນື່ອງໃນໂອກາດດຳເນີນກອງປະຊຸມບັນດາປະເທດເກາະມະຫາສະໝຸດປາຊີຟິກ ຄັ້ງທຳອິດ ກ່ຽວກັບວິທະຍາສາດ ແລະ ການຄຸ້ມຄອງມະຫາສະໝຸດ, ແຕ່ວັນທີ 11-14 ກັນຍາ, ຢູ່ນະຄອນຫຼວງ ນາດີ, ໝູ່ເກາະ ຟີຈີ, ການນຳບັນດາປະເທດເກາະ ປາຊີຟິກ ທີ່ຖືຜົນກະທົບຢ່າງໜັກໜ່ວງຈາກວິກິດການຂອງການປ່ຽນແປງຂອງດິນຟ້າອາກາດ, ນຳໜ້າໂດຍບັນດາປະເທດເກາະຄື: Bahamas, Tuvalu, Vanuatu, Antiha ແລະ Barbuda, ໄດ້ເຫັນດີຈະຍື່ນໃບຟ້ອງຕໍ່ບັນດາປະເທດມີປະລິມານປ່ອຍສິ່ງເສດເຫຼືອອກສູງ ຕໍ່ສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ຢູ່ນະຄອນ Hamburg, ເຢຍລະມັນ. ການເຄື່ອນໄຫວເພື່ອແນໃສ່ບັງຄັບໃຫ້ບັນດາປະເທດເພີ່ມທະວີບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ຄວບຄຸມມົນລະພິດຕໍ່ທະເລ. ນີ້ໄດ້ຮັບຖືວ່າເປັນເຫດຮ້ອງຟ້ອງສາກົນຄັ້ງທຳອິດກ່ຽວກັບດິນຟ້າອາກາດ ແນໃສ່ປົກປັກຮັກສາມະຫາສະໝຸດ.

            ຕາມຜູ້ຕາງໜ້າບັນດາປະເທດໝູ່ເກາະມະຫາສະໝຸດປາຊີຟິກ ແລ້ວ, ປະຈຸບັນ, ສະພາບດິນຟ້າອາກາດອາກາດຮ້າຍແຮງເພີ່ມຂຶ້ນທັງດ້ານຈຳນວນ ແລະ ຄວາມຮຸນແຮງໄດ້ເພີ່ມຂຶ້ນໃນແຕ່ລະປີ, ອັນໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ທຳລາຍພື້ນຖານໂຄງລ່າງຂອງບັນດາປະເທດເກາະນ້ອຍ. ເຫດຮ້ອງຟ້ອງຄາດວ່າຈະເພີ່ມຄວາມກົດດັນ ແລະ ສ້າງຂະບວນການປົກປັກຮັກສາສິ່ງແວດລ້ອມ, ບັງຄັບໃຫ້ບັນດາປະເທດອຸດສາຫະກຳແຖວໜ້າໂລກຕ້ອງຫຼຸດຜ່ອນການປ່ອຍສິ່ງເສດເຫຼືອ ເພື່ອຕອບສະໜອງຂໍ້ຕົກລົງກ່ຽວກັບດິນຟ້າອາກາດ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ