ເຫດເຮືອບິນຕົກຢູ່ ເນປານ: ລັດຖະບານສ້າງຕັ້ງຄະນະກຳມະການສືບສວນ

(VOVWORLD) - ຜູ້ໂດຍສານ ແລະ ຈຸບິນລວມ 72 ຄົນໃນເຮືອບິນພົນລະເຮືອນ ATR 72 ຂອງບໍລິສັດການບິນນີ້ຕົກຢູ່ເຂດ Pokhara...
ເຫດເຮືອບິນຕົກຢູ່ ເນປານ: ລັດຖະບານສ້າງຕັ້ງຄະນະກຳມະການສືບສວນ - ảnh 1ສະຖານທີ່ເກີດເຫດ
(ພາບ:AFP/TTXVN)

ວັນທີ 15 ມັງກອນ, ທ່ານ Pemba Sherpa, ໂຄສົກຂອງບໍລິສັດການບິນ Yeti Airlines ໃຫ້ຮູ້ວ່າ: ຜູ້ໂດຍສານ ແລະ ຈຸບິນລວມ 72 ຄົນໃນເຮືອບິນພົນລະເຮືອນ ATR 72 ຂອງບໍລິສັດການບິນນີ້ຕົກຢູ່ເຂດ Pokhara, ທາງພາກກາງປະເທດ ເນປານ ຖືກເສຍຊີວິດທັງໝົດ. ປະຈຸບັນ, ເຈົ້າໜ້າທີ່ໄດ້ຊອກເຫັນ 68 ສົບຢູ່ສະຖານທີ່ເກີດເຫດ. ແລະ ໃນວັນດຽວກັນ, ລັດຖະບານ ເນປານ ໄດ້ສ້າງຕັ້ງຄະນະກຳມະການສືບສວນເພື່ອແນໃສ່ເຮັດແຈ້ງສາຍເຫດເຮືອບິນຕົກໃນເວລາ 45 ວັນ.

        ຕອນເຊົ້າວັນທີ 15 ມັງກອນ, ເຮືອບິນ ATR 72 ຂອງ ບໍລິສັດການບິນ Yeti Airlines ໄດ້ເລີ່ມບິນຈາກນະຄອນຫຼວງ Kathmandu  ແລະ ຕົກລົງເຂດເຫວຊັນຢູ່ເທດສະບານ Pokhara. ເຮືອບິນມີຜູ້ໂດຍສານ 68 ຄົນ ພ້ອມກັບຈຸບິນ 4 ຄົນ, ໃນນັ້ນມີຊາວຕ່າງປະເທດ 15 ຄົນ. ນີ້ແມ່ນເຫດເຮືອບິນຕົກທີ່ຮ້າຍແຮງທີ່ສຸດຢູ່ເນປານ ນັບແຕ່ປີ 1992 ມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ