ເຫດ​ແຜ່ນ​ດິນ​ໄຫວ​ຍີ່​ປຸ່ນ: ມີ ຜູ້​ເສຍ​ຊີ​ວິດ 92 ຄົນ ແລະ ຜູ້​ຫາຍ​ສາບ​ສູນ 242 ຄົນ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ໃຫ້ຄຳໝັ້ນສັນຍາ ຈະລະດົມທຸກແຫຼ່ງກຳລັງ ເພື່ອກູ້ເອົາຊີວິດຂອງປະຊາຊົນ ໂດຍບໍ່ຫົວຊາຕໍ່ເວລາ 72 ຊົ່ວໂມງຄຳທີ່ໄດ້ຜ່ານໄປແລ້ວ. 
ເຫດ​ແຜ່ນ​ດິນ​ໄຫວ​ຍີ່​ປຸ່ນ: ມີ ຜູ້​ເສຍ​ຊີ​ວິດ 92 ຄົນ ແລະ ຜູ້​ຫາຍ​ສາບ​ສູນ 242 ຄົນ - ảnh 1ຕຳຫຼວດ ພວມຊອກຫາຜູ້ຫາຍສາບສູນໃຕ້ ຊາກຫັກພັງ (ພາບ:  Kyodo/TTXVN)

ວັນທີ 5 ມັງກອນ, ເຈົ້າໜ້າທີ່ ຍີ່ປຸ່ນ ໄດ້ປະກາດວ່າ ໄລ່ຮອດເວລາ 9 ໂມງເຊົ້າວັນທີ 5 ມັງກອນ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວ ທີ່ເກີດຂຶ້ນໃນວັນທີ 1 ມັງກອນຜ່ານມາ ຢູ່ແຂວງ Ishikawa ຂອງປະເທດນີ້ເພີ່ມຂຶ້ນ 92 ຄົນ, ມີຜູ້ໄດ້ຮັບບາດເຈັບ ກ່ວາ 300 ຄົນ ແລະ ຜູ້ຫາຍສາບສູນ 242 ຄົນ.

ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນເປັນເວລາ 3 ວັນ, ມີໝູ່ບ້ານ 30 ແຫ່ງຍັງບໍ່ທັນເຂົ້າເຖິງໄດ້. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ໃຫ້ຄຳໝັ້ນສັນຍາ ຈະລະດົມທຸກແຫຼ່ງກຳລັງ ເພື່ອກູ້ເອົາຊີວິດຂອງປະຊາຊົນ ໂດຍບໍ່ຫົວຊາຕໍ່ເວລາ 72 ຊົ່ວໂມງຄຳທີ່ໄດ້ຜ່ານໄປແລ້ວ. ຕາມບົດລາຍງານຂອງກະຊວງການສຶກສາ ແລະ ວັດທະນະທຳ ຍີ່ປຸ່ນ ແລ້ວ, ເຫດແຜ່ນດິນໄຫວ ແລະ ຄວາມສັ່ນສະເທືອນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ 276 ໂຮງຮຽນ, 20 ສະຖານທີ່ຮ່ອງຮອຍວັດທະນະທຳທີ່ສຳຄັນໃນເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ