ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ຈຳນວນຜູ້ຖືກເສຍຊີວິດແມ່ນກວ່າ 100 ຄົນ​ແລ້ວ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 6 ມັງກອນ, ຈຳນວນຜູຸ້ຖືກເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນເມື່ອ 1ມັງກອນ ຢູ່ ຍີ່ປຸ່ນ ແມ່ນກວ່າ 100 ຄົນແລ້ວ, ໃນຂະນະນັ້ນ ມີ 211 ຄົນຍັງຫາຍສາບສູນ. 
ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ຈຳນວນຜູ້ຖືກເສຍຊີວິດແມ່ນກວ່າ 100 ຄົນ​ແລ້ວ - ảnh 1ຊາກຫັກພັງໃນເຫດແຜ່ນດິນໄຫວຢູ່ ນະຄອນ Wajima, ແຂວງ Ishikawa . ພາບ:KYODO/TTXVN 

ປະມານ 23.800 ຄອບຄົວຢູ່ ແຂວງ Ishikawa ບໍ່ມີໄຟຟ້າໃຊ້, ແລະ ກວ່າ 66.400 ຄອບຄົວບໍ່ມີນ້ຳໃຊ້.

ເລື່ອງບໍ່ມີໄຟຟ້າ, ນ້ຳສະອາດໃຊ້ ກໍ່ຜົນສະທ້ອນເຖິງບັນດາການປິ່ນປົວ ເບິ່ງແຍງດູແລຜູ້ເຖົ້າແກ່, ຄົນພິການຢູ່ບັນດາໂຮງໝໍ. ເຈົ້າຫນ້າທີ່ນະຄອນ Wajima ໃຫ້ຮູ້ວ່າ: ຢູ່ທີ່ນີ້ ມີ ປະມານ 100 ສະຖານທີ່ ໂດຍປະຊາຊົນຍັງຄົງຕິດຄ້າງໃຕ້ຊາກຫັກພັງຂອງບັນດາອາຄານ ແລະ ພວມລໍຄອຍການກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ