ເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ: ກຳ​ລັງ​ກູ້​ໄພ​ກູ້​ຊ​ີບ​ຕຳຫຼວດ ຫວຽດ​ນາມ ພ້ອມ​ກັບ​ກຳ​ລັງ​ກູ້​ໄພ​ກ​ູ້​ຊີບ​ປະ​ຈຳ​ຢູ່​ຕວກ​ກີ​ນຳ 4 ຊາກ​ສົບ​ອອກ​ຈາກ​ຊາກ​ຫັກ​ພັງ

(VOVWORLD) - ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ
ເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ: ກຳ​ລັງ​ກູ້​ໄພ​ກູ້​ຊ​ີບ​ຕຳຫຼວດ ຫວຽດ​ນາມ ພ້ອມ​ກັບ​ກຳ​ລັງ​ກູ້​ໄພ​ກ​ູ້​ຊີບ​ປະ​ຈຳ​ຢູ່​ຕວກ​ກີ​ນຳ 4 ຊາກ​ສົບ​ອອກ​ຈາກ​ຊາກ​ຫັກ​ພັງ - ảnh 1ກຳລັງກູ້ໄພກູ້ຊີບກູ້ເອົາຊີວິດຂອງຜູ້ປະສົບເຄາະຮ້າຍ
(ພາບ:TTXVN)

ໄລ່ຮອດເວລາ 14 ໂມງ (ຕາມເວລາ UTC) ຂອງວັນທີ 13 ກຸມພາ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີີຣີ ໄດ້ຂຶ້ນເຖິງກ່ວາ 37.000 ຄົນ. ຢູ່ຕວກກີ, ຄາດວ່າຜົນເສຍຫາຍຍ້ອນເຫດແຜ່ນດິນໄຫວອາດຈະຂຶ້ນເຖິງຕົວເລກກ່ວາ 84 ຕື້ USD.

        ວັນທີ 13 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ ສອງແຫ່ງເພີ່ມເຕີມຈາກ ຕວກກີ ໃນຮອບເວລາ 3 ເດືອນ. ສ່ວນຢູ່ ຕວກກີ, ວຽກງານກູ້ໄພກູ້ຊີບພວມໄດ້ດຳເນີນໄປຢ່າງຮີບດ່ວນ.

        ວັນທີ 14 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ໄດ້ຮັບພະນັກງານ, ທະຫານ ຫວຽດນາມ 76 ຄົນ ໄປເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ແລະ ຕິດຕໍ່ພົວພັນກັບອົງການປ້ອງກັນຄວາມສະຫງົບຢູ່ປະເທດປະຈຳຖິ່ນເພື່ອມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຄະນະປະຕິບັດງານ ຫວຽດນາມ.

        ໃນຂະນະນັ້ນ, ວັນທີ 13 ກຸມພາ, ພາຍຫຼັງໄປຮອດສະຖານທີ່ຮັບເຄາະຮ້າຍແຫ່ງໃໝ່ຈາກເຫດແຜ່ນດິນໄຫວຢູ່ເຮືອນເລກທີ 2801 ຖະໜົນ Yeni Sanayi, ນະຄອນ Adiyaman (ປະເທດ ຕວກກີ) ກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ນຳໃຊ້ເຄື່ອງອຸປະກອນຊອກຫາດ້ວຍຣາດາ ເພື່ອຊອກຫາຜູ້ປະສົບເຄາະຮ້າຍ ແລະ ໄດ້ພົບເຫັນ 4 ຊາກສົບ. ຄະນະກູ້ໄພກູ້ຊີບ ຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກົມກອງຂອງປະເທດປະຈຳຖິ່ນນຳໃຊ້ເຄື່ອງອຸປະກອນເພື່ອຮັບປະກັນ ແລະ ຊ່ວຍຍູ້ໄວຄວາມຄືບໜ້າໃນການຊອກຫາກູ້ໄພກູ້ຊີບ. ຢູ່ສະຖານທີ່ເກີດເຫດ, ຊາວ ຕວກກີ ມີຄວາມສະເທືອນໃຈໂດຍແບ່ງປັນວ່າ:

        “ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈພວກເພື່ອນທີ່ໄດ້ມາຊ່ວຍເຫຼືອ, ກອບກູ້ເອົາຊີວິດ ບັນດາຜູ້ປະສົບເຄາະຮ້າຍ”.

        ກ່ອນໜ້ານັ້ນ, ຢູ່ຖະໜົນ 531, Adiyaman Merkez, ນະຄອນ Adiyaman, ກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດໄດ້ສົມທົບກັບກອງກູ້ໄພກູ້ຊີບຂອງກອງທັບ ປາກິດສະຖານ ໄດ້ກອບກູ້ເອົາຊີວິດຂອງເດັກຊາຍອາຍຸ 14 ປີ ແລະ ນຳ 2 ຊາກສົບອອກຈາກຊາກຫັກພັງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ