ເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ: ແຂກທ່ອງທ່ຽວກ່ວາ 2.000 ຄົນໄດ້ຍົກຍ້າຍໄປເຖິງສະຖານທີ່ປອດໄພ

(VOVWORLD) - ກຳລັງກູ້ໄພກູ້ຊີບພວມຊອກຫາບັນດາຜູ້ຍັງມີຊີວິດຢູ່ຕາມຊາກບັນດາເຮືອນຊານ, ອາຄານ, ໂບດ ແລະ ໂຮງຮຽນທີ່ຖືກເປ່ເພເສຍຫາຍໃນເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 5 ສິງຫາ.
ເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ: ແຂກທ່ອງທ່ຽວກ່ວາ 2.000 ຄົນໄດ້ຍົກຍ້າຍໄປເຖິງສະຖານທີ່ປອດໄພ - ảnh 1 ພາບປະກອບຈາກ AFP/TTXVN

ວັນທີ 6 ສິງຫາ, ອິນໂດເຍເຊຍ ໄດ້ຍົກຍ້າຍແຂກທ່ອງທ່ຽວກ່ວາ 2.000 ຄົນພາຍຫຼັງເຫດແຜ່ນດິນໄຫວມີຄວາມແຮງ 7 richter ຢູ່ Lombok, ທາງທິດຕາເວັນຕົກຂອງ Nusa Tenggara, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດມີ 98 ຄົນ. ກຳລັງກູ້ໄພກູ້ຊີບພວມຊອກຫາບັນດາຜູ້ຍັງມີຊີວິດຢູ່ຕາມຊາກບັນດາເຮືອນຊານ, ອາຄານ, ໂບດ ແລະ ໂຮງຮຽນທີ່ຖືກເປ່ເພເສຍຫາຍໃນເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 5 ສິງຫາ. ຄາດວ່າ, ມີແຂກທ່ອງທ່ຽວປະມານ 2.000 – 2.700 ຄົນໄດ້ອົບພະຍົບຈາກໝູ່ເກາະ Gili, ຫ່າງຈາກເຂດທະເລຂອງ Lombok ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ  2 – 3 ກມ.

        ທ່ານ Sutopo Purwo Nugroho, ໂຄສົກຂອງອົງການຫລຸດຜ່ອນໄພພິບັດທຳມະຊາດ ອິນໂດເນເຊຍ (BNPB), ໄດ້ກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ຈະເພີ່ມຂຶ້ນອີກ ແລະ ຢັ້ງຢືນວ່າຜູ້ເສຍຊີວິດທັງໝົດແມ່ນຊາວ ອິນໂດເນເຊຍ. ເຫດແຜ່ນດິນໄຫວໄດ້ເຮັດໃຫ້ປະມານ 20.000 ຄົນຕ້ອງປະລະເຮືອນຊານຢູ່ Lombok, ເຮັດໃຫ້ຄວາມຕ້ອງການດ້ານທັນຍາຫານ ແລະ ຢຸກຢາແມ່ນມີຄວາມຈຳເປັນຍິ່ງກ່ວາສິ່ງໃດໝົດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ