ເຫດແຜ່ນດິນໄຫວຢູ່ການຊູ, ປະເທດຈີນ ເຮັດໃຫ້ກ່ວາ 100 ຄົນເສຍຊີວິດ

(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 19 ທັນວາ (ຕາມເວລາທ້ອງຖິ່ນ), ເຫດແຜ່ນດິນໄຫວໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 100 ຄົນຢູ່ແຂວງ ການຊູ ແລະ 11 ຄົນຢູ່ແຂວງ ຊິງໄຫ່ ເສຍຊີວິດ.
ເຫດແຜ່ນດິນໄຫວຢູ່ການຊູ, ປະເທດຈີນ ເຮັດໃຫ້ກ່ວາ 100 ຄົນເສຍຊີວິດ - ảnh 1ກຳລັງກູ້ໄພກູ້ຊີບປະຕິບັດວຽກງານ
(ພາບ:CCTV)

ຕອນກາງຄືນວັນທີ 18 ທັນວາ, ເຫດແຜ່ນດິນໄຫວມີຄວາມແຮງ 6,2 ອົງສາຣິດເຕີ ເກີດຂຶ້ນຢູ່ແຂວງ ການຊູ, ທາງທິດຕາເວັນຕົກພາກເໜືອຂອງປະເທດຈີນ.

        ໄລ່ຮອດຕອນເຊົ້າວັນທີ 19 ທັນວາ (ຕາມເວລາທ້ອງຖິ່ນ), ເຫດແຜ່ນດິນໄຫວໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 100 ຄົນຢູ່ແຂວງ ການຊູ ແລະ 11 ຄົນຢູ່ແຂວງ ຊິງໄຫ່ ເສຍຊີວິດ. ເຮືອນຊານ, ໄຟຟ້າ, ນ້ຳປະປາ, ຖະໜົນຫົນທາງ, ການຄົມມະນາຄົມ, ຂໍ້ມູນແລະ ບັນດາພື້ນຖານໂຄງລ່າງຢູ່ເຂດໃຈກາງຂອງເຫດແຜ່ນດິນໄຫວ ແລະ ບັນດາເຂດອ້ອມຂ້າງຖືກເສຍຫາຍຢູ່ໃນລະດັບທີ່ແຕກຕ່າງກັນ.

        ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ປະກາດໃຊ້ຄຳສັ່ງທີ່ສຳຄັນ, ຮຽກຮ້ອງໃຫ້ແຂວງ ການຊູ ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາຜູ້ປະສົບເຄາະຮ້າຍ, ປິ່ນປົວໃຫ້ຄົນເຈັບ ແລະ ຫລຸດການເສຍຊີວິດລົງໃຫ້ໜ້ອຍທີ່ສຸດ. ຍ້ອນວ່າບ່ອນເກີດເຫດນອນໃນເຂດພູສູງ, ອາກາດໜາວຈັດ, ທ່ານກໍ່ຮຽກຮ້ອງຕ້ອງຕິດຕາມການຜັນແປຂອງເຫດແຜ່ນດິນໄຫວ ແລະ ສະພາບການດິນຟ້າອາກາດ, ຫຼີກລ້ຽງສະພາບໄພພິບັດທຳມະຊາດເກີດຂຶ້ນອີກ. ໜ່ວຍປະຕິບັດງານຂອງລັດຖະບານປະເທດນີ້ກໍ່ໄດ້ຈັດສົ່ງໄປເຖິງເຂດເກີດເຫດເພື່ອຊີ້ນຳວຽກງານກູ້ໄພກູ້ຊີບ.  ໂດຍໄດ້ຮູ້ວ່າ, ພາລະກອນດັບເພີງຂອງກຳລັງກູ້ໄພກູ້ຊີບແຫ່ງຊາດປະມານ 1.440 ຄົນ ແລະ ພາລະກອນດັບເພີງຂອງແຂວງ ກາງຊູ ແລະ ແຂວງໃກ້ຄຽງໄດ້ລະດົມເພື່ອກຽມພ້ອມກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ