ເຫດ​ໄຟ​ໄໝ້​ ກາ​ຊີ​ໂນ ຢູ່ ກຳ​ປູ​ເຈຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາ​ຍ

(VOVWORLD) - ສື່ມວນຊົນ ກຳປູເຈຍ ໄດ້ໃຫ້ຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະ ມີຜູ້ຮັບບາດເຈັບ 30 ຄົນ.
ເຫດ​ໄຟ​ໄໝ້​ ກາ​ຊີ​ໂນ ຢູ່ ກຳ​ປູ​ເຈຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາ​ຍ - ảnh 1ເຫດໄຟໄໝ້ເຂດ ກາຊີໂນ ແລະ ໂຮງແຮມ Grand Diamond City ຢູ່ນະຄອນ Poipet ຕິດກັບຊາຍແດນ ໄທ ໃນຄ່ຳຄືນວັນທີ 28 ທັນວາ (ພາບ: ນັກຂ່າວ VOV ປະຈຳ ພະນົມເປັນ)

ວັນທີ 29 ທັນວາ, ຕຳຫຼວດ ກຳປູເຈຍ ໃຫ້ຮູ້ວ່າ ເຫດໄຟໄໝ້ເຂດ ກາຊີໂນ ແລະ ໂຮງແຮມ Grand Diamond City ຢູ່ນະຄອນ Poipet ຕິດກັບຊາຍແດນ ໄທ ໃນຄ່ຳຄືນວັນທີ 28 ທັນວາ ໄດ້ຮັບການຄວບຄຸມແລ້ວ. ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດໄຟໄໝ້ດັ່ງກ່າວຈະໄດ້ແຈ້ງຢ່າງລະອຽດພາຍຫຼັງເຈົ້າໜ້າທີ່ຮັບຜິດຊອບປະຕິບັດສຳເລັດບັ້ນກູ້ໄພກູ້ຊີບ.

        ກ່ອນໜ້ານັ້ນ, ສື່ມວນຊົນ ກຳປູເຈຍ ໄດ້ໃຫ້ຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະ ມີຜູ້ຮັບບາດເຈັບ 30 ຄົນ. ສາຍເຫດທີ່ພາໃຫ້ເກີດເຫດໄຟໄໝ້ດັ່ງກ່າວ ໄດ້ຮັບຖືວ່າແມ່ນຍ້ອນ ຖັງແກັດໄດ້ລະເບີດຂຶ້ນຢູ່ໃນ ກາຊີໂນ.

ຕອບກັບ

ຂ່າວ/ບົດ​ອື່ນ