ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ

(VOVWORLD) -2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ; ຮັກສາປະສິດທິຜົນການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ…
ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ - ảnh 1ກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ
(ພາບ: VGP)

ວັນທີ 13 ມິຖຸນາ, ຢູ່ນະຄອນ ໜານໜິງ, ແຂວງ ກວາງຊີ, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ພ້ອມກັບທ່ານ ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ໄດ້ເປັນປະທານກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ.

        ເມື່ອແລກປ່ຽນທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ; ຮັກສາປະສິດທິຜົນການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ… ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ສະເໜີໃຫ້ ຈີນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງ ຫວຽດນາມ ຜ່ານດ່ານຊາຍແດນທາງບົກ, ທາງລົດໄຟ; ສືບຕໍ່ເປີດປະຕູຕະຫຼາດສຳລັບບັນດາປະເພດໝາກໄມ້ຊະນິດຕ່າງໆຂອງ ຫວຽດນາມ.

        ເຫັນດີຕໍ່ບັນດາຂໍ້ສະເໜີຂອງ ຫວຽດນາມ, ທ່ານລັດຖະມົນຕີ ວາງອີ ຮັບປະກັນການຈາລະຈອນຜ່ານແດນຢ່າງລຸລ່ວງຢູ່ບັນດາດ່ານຊາຍແດນ; ພ້ອມແລ້ວຈະເປີດປະຕູ, ຍົກລະດັບຄູ່ດ່ານຊາຍແດນຕາມຄວາມຕ້ອງການຂອງ 2 ປະເທດ. ຈີນ ຈະສືບຕໍ່ເປີດກວ້າງຕະຫຼາດ, ຮ່ວມມືກັບ ຫວຽດນາມ ເພື່ອຮັກສາລະບົບສະໜອງ, ລະບົບຜະລິດໃຫ້ເປັນປົກກະຕິ…

        ກ່ຽວກັບເຂດຊາຍແດນ, 2 ຝ່າຍເຫັນດີສົມທົບກັນຄຸ້ມຄອງເຂດຊາຍແດນທາງບົກໃຫ້ເປັນຢ່າງດີ; ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ; ຍູ້ໄວການເຈລະຈາສັນຍາໃໝ່ກ່ຽວກັບການຮ່ວມມືອາຊີບການປະມົງໃນເຂດອ່າວພາກເໜືອ… ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ເນັ້ນໜັກວ່າ 2 ຝ່າຍຕ້ອງມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕືມ; ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ ສອດຄ່ອງກັບກົດໝາຍສາກົນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ສິ້ນສຸດກອງປະຊຸມ, ການນຳ 2 ທ່ານໄດ້ຖະແຫຼງ 2 ຝ່າຍລົງນາມໃນເອກະສານຮ່ວມມືສຳຄັນບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ