ເຫັນ​ດີ​ສືບ​ຕໍ່ປະ​ຕິ​ບັດ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ອັດ​ຕາ​ອາ​ກອນ​ມູນ​ຄ່າ​ເພີ່ມລົງ​ຕື່ມ​ອີກ 2% ​ຮອດ​ທ້າຍ​ປີ 2024

(VOVWORLD) - ເລື່ອງສືບຕໍ່ປະຕິບັດການຍົກເວັ້ນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ ທັງສ້າງກຳລັງໜູນເພື່ອໃຫ້ຜູ້ບໍລິໂພກເພີ່ມຄວາມຕ້ອງການໃຊ້ຈ່າຍ, ພ້ອມດຽວກັນນັ້ນ ກໍຍັງຮັກສາໄດ້ທ່າອ່ຽງຟື້ນຟູ.

       

ເຫັນ​ດີ​ສືບ​ຕໍ່ປະ​ຕິ​ບັດ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ອັດ​ຕາ​ອາ​ກອນ​ມູນ​ຄ່າ​ເພີ່ມລົງ​ຕື່ມ​ອີກ 2% ​ຮອດ​ທ້າຍ​ປີ 2024 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນວາລະເຮັດວຽກຂອງກອງປະຊຸມເທື່ອທີ 34, ຕອນເຊົ້າວັນທີ 13 ມິຖຸນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບການຫຼຸດອັດຕາອາກອນມູນຄ່າເລີ່ມລົງຕື່ມອີກ 2% ສຳລັບບາງໝວດສິນຄ້າ, ການບໍລິການ ທີ່ພວມປະຕິບັດລະດັບເສຍອາກອນ 10% ຕາມຂໍ້ສະເໜີຂອງລັດຖະບານທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV.  ໂດຍບັນລຸໄດ້ຄວາມເຫັນດີເຫັນພ້ອມສູງຕໍ່ໃບສະເໜີດັ່ງກ່າວຂອງລັດຖະບານ ແລະ ຜ່ານການກວດກາຢັ້ງຢືນໃນເບື້ອງຕົ້ນຂອງກຳມາທິການການເງິນງົບປະມານ ກ່ຽວກັບການຫຼຸດຜ່ອນອັດຕາອາກອນມູນຄ່າເພີ່ມລົງຕື່ມອີກ 2%, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ພື້ນຖານເສດຖະກິດໃນໄລຍະຟື້ນຟູ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເລື່ອງສືບຕໍ່ປະຕິບັດການຍົກເວັ້ນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ ທັງສ້າງກຳລັງໜູນເພື່ອໃຫ້ຜູ້ບໍລິໂພກເພີ່ມຄວາມຕ້ອງການໃຊ້ຈ່າຍ, ພ້ອມດຽວກັນນັ້ນ ກໍຍັງຮັກສາໄດ້ທ່າອ່ຽງຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ