ເຫັນດີເປັນເອກະພາບຕໍ່ບັນດາມາດຕະການການເງິນໃຫ້ແກ່ການເຕີບໂຕທົ່ວໂລກ

ເຫັນດີເປັນເອກະພາບຕໍ່ບັນດາມາດຕະການການເງິນໃຫ້ແກ່ການເຕີບໂຕທົ່ວໂລກ - ảnh 1
​​ບັນ​ດາ​ການ​ນຳ​ຂອງ​ກຸ່ມ 7 ປະ​ເທດ ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ​
(ພາບ: AFP/ TTXVN)

(vovworld) - ວັນ​ທີ 26/5 ​​ບັນ​ດາ​ການ​ນຳ​ຂອງ​ກຸ່ມ 7 ປະ​ເທດ ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ ປະ​ຕິ​ບັດ​​ບັນ​ດາມາດ​ຕະ​ການ​ການ​ເງິນ​ຢ່າງ​ມີ​ໄຫວ​ພິບ, ພ້ອມ​ທັງ​ຍູ້​ແຮງ​​​ປະ​ຕິ​ຮູບ​ອົງ​ປະ​ກອບ​ເພື່ອ ແນ​ໃສ່​ຊຸກ​ຍູ້​ການ​ເຕີບ​ໂຕ​ທົ່ວ​ໂລກ ໃນ​ສະ​ພາບການ​ເຕີບ​ໂຕ ​ເສດ​ຖະ​ກິດ ຢູ່​ຈີນ ແລະ ບັນ​ດາ​ຕະຫຼາດ​ທີ່​ພວມ​ພົ້ນ​ເດັ່ນ​ອື່ນໆ​ຖືກ​ຊຸດ​ໂຊມ. ພາຍຫຼັງ​ບັນ​ດາ​ການ​ພົບ​ປະ​ເຈ​ລະ​ຈາ ກ່ຽວ​ກັບ​ເສດຖະ​ກິດ ໃນ​ມ​ື້​ທຳ​ອິດ​ຂອງກ​ອງ​ປະ​ຊຸມສຸດຍອດ G7, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງ​ຂອງ​ຢີ​ປຸ່ນ ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ “ໄດ້​ແບ່ງ​ປັນ​ທັດ​ສະ​ນະ​​ທີ່ວ່າ: G7 ຈະ​​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​​ດ້ານການ​ເງິນ​ໃນ​ທັນ​ທີ ແນ​ໃສ່​ຊຸກ​ຍູູ້​ຄວາມ​ຕ້ອງ​ການ ແລະ ​ຮັບ​ມື​ກັບ​ບັນ​ຫາ​ຄົນ​ລີ້​ໄພ, ໄພ​ພິ​ບັດ ແລະ ບັນ​ດາ​ບັນ​ຫາ​ອື່ນໆ​ເຊິ່ງແຕ່​ລະ​ປະ​ເທດ G7 ປະ​ເຊີນ​ໜ້າ”. ໃນ​​ຂະ​ນະນັ້ນ, ກ່າວ​ຄວາມ​ເຫັນ​ກັບ​​ວົງ​ການ​ນັກ​ຂ່າວ, ​ທ່ານ Hiroshige Seko ​ຮອງຫົວ​ໜ້າ​ຫ້ອງ​​ລັດ​ຖະ​ບານ​ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ຂອບ​ຂະ​ໜາດ ແລະ ເວ​ລາ​ຍົກ​ອອກ​ບັນ​ດາ​​ມາດ​ຕະ​ການຊຸກ​ຍູ້​​ດ້ານການ​ເງິນ “ຈຳ​ເປັນ​ຕ້ອງ​ໄດ້​​ຮັບ​ການພິ​ຈາ​ລະ​ນາ​​ຕາມ​ສະ​ພາບ​ການຂອງ​ແຕ່​ລະ​ປະ​ເທດ”. ຕາມ ທ່ານ Hiroshige Seko , ບັນ​ດາ​ການ​ນຳ  G7  ​ເຫັນ​ດີເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ: ​ເລື່ອງບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພົ້ນ​ເດັ່ນ​ນັ້ນ​ກຳ​ລັງ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ໄດ້​​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ແລະ G7 ຕ້ອງ​ນຳ​ໜ້າ​ໃນ​ການ​​ເຮັດ​ໃຫ້ເສດ​ຖະ​ກິດ​ທົ່ວ​ໂລກ ບັນ​ລຸ​ການ​ເຕີບ​ໂຕ​ຢ່າງ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ