ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ຕໍ່​ວິ​ວັດ ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຊີ​ຣີ ແລະ ຕວັກ​ກີ​ເປັນ​ປົກ​ກະ​ຕິ

(VOVWORLD) - ຄວາມຕ້ອງການໃນການເພີ່ມທະວີການໜູນຊ່ວຍສາກົນ ໃຫ້ແກ່ຊີຣີ ໄດ້ເນັ້ນໜັກເຖິງ, ລວມມີບັນດາຜົນປະໂຫຍດຂອງເລື່ອງ ຊາວຊີຣີ ກັບຄືນບ້ານເກີດເມືອງນອນ ແບບສະໝັກໃຈ.

ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ຕໍ່​ວິ​ວັດ ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຊີ​ຣີ ແລະ ຕວັກ​ກີ​ເປັນ​ປົກ​ກະ​ຕິ - ảnh 1ການໂອ້ລົມສົນທະນາ ລະຫວ່າງລັດຖະມົນຕີການຕ່າງປະເທດ ລັດເຊຍ - ອີຣານ - ຊີຣີ - ຕວັກກີ
(ພາບ:  rianovosti)

ວັນທີ 10 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ລັດເຊຍ ໄດ້ດຳເນີນການພົບປະລະຫວ່າງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ S.Lavrov, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ H. Amirabdollahian, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຊີຣີ F.Mikdad ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ M. Cavusoglu. ທີ່ການພົບປະທີ່ແກ່ຍາວເປັນເວລາ 3 ຊົ່ວໂມງ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຕໍ່ວິວັດ ໃຫ້ແກ່ການຫັນການພົວພັນລະຫວ່າງ ຊີຣີ ແລະ ຕວັກກີເປັນປົກກະຕິ.

ຕາມກະຊວງການຕ່າງປະເທດ ລັດເຊຍແລ້ວ, ບັນດາຝ່າຍເຂົ້າຮ່ວມໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ, ສົງຄາມຕ້ານການກໍ່ການຮ້າຍພາຍໃຕ້ທຸກຮູບແບບ ແລະ ການສະແດງອອກຂອງມັນ. ຄວາມຕ້ອງການໃນການເພີ່ມທະວີການໜູນຊ່ວຍສາກົນ ໃຫ້ແກ່ຊີຣີ ໄດ້ເນັ້ນໜັກເຖິງ, ລວມມີບັນດາຜົນປະໂຫຍດຂອງເລື່ອງ ຊາວຊີຣີ ກັບຄືນບ້ານເກີດເມືອງນອນ ແບບສະໝັກໃຈ, ມີຄວາມປອດໄພ ແລະ ກໍ່ສ້າງຄືນໃໝ່ຫຼັງການປະທະກັນ. ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດລະຫວ່າງ 4 ປະເທດນັບແຕ່ເວລາສົງຄາມພາຍໃນ ຊີຣີ ເກີດຂຶ້ນໃນປີ 2011.

ຕອບກັບ

ຂ່າວ/ບົດ​ອື່ນ