ເຫັນດີເປັນເອກະພາບເລືອກຕັ້ງບັນດາຜູ້ແທນມີມາດຕະຖານຢ່າງພຽງພໍ

ເຫັນດີເປັນເອກະພາບເລືອກຕັ້ງບັນດາຜູ້ແທນມີມາດຕະຖານຢ່າງພຽງພໍ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 15/4, ຄະນະ​ກຳ​ມະ​ການ​ແນວ​ໂຮມປະ​ເທດ​ຊາດ ຫຼາຍ​ແຂວງ, ນະຄອນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຄັ້ງ​ທີ 3 ​ເພື່ອ​ເປັນ​ເອກະ​ພາບ ​ແລະ ສ້າ​ງບັນຊີ​ລາຍຊື່​ບັນດາ​ຜູ້​ອອກ​ສະໝັກ​​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ອາຍຸ​ການ 2016 – 2021.

        ຢູ່​ແຂວງ ດ່າ​ນັ້ງ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບັນຊີ​ລາຍ​ຊື່ 8 ທ່ານ​ໂດຍ​ບັນດາ​ອົງການ, ຫົວໜ່ວຍຢູ່​ນະຄອນ​ສະ​ເໜີ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ ສສຊ ຊຸດ​ທີ 14, ​ໃນ​ນັ້ນ​ມີແມ່ຍິງ 5 ທ່ານນາງ, ຜູ້ອາຍຸໜຸ່ມ 3 ທ່ານ ​ແລະ ຜູ້​ບໍ່​ແມ່ນ​ສະມາ​ຊິ​ກພັກ​ 2 ທ່ານ… ບັນຊີ​ລາຍ​ຊື່​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ນະຄອນ ອາຍຸ​ການ 2016 – 2021 ລວມມີ 85 ທ່ານ.

        ທີ່​ກອງ​ປະຊຸມ​ປຶ​ກສາ​ຫາລື​ຄັ້ງ​ທີ 3 ​ໂດຍ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ບີ່​ງທ້ວນ ຈັດ​ຕັ້ງ​ໄດ້​ເປັນ​ເອກະ​ພາບ​ບັນຊີ​ລາຍ​ຊື່ 10 ທ່ານ​ມີ​ມາດຕະຖານ​ຢ່າງ​ພຽງພໍ​ເພື່ອ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ​ໃນ​ແຂວງ ສະ​ເໜີ​ອອກ​ສະໝັກ​ເລືອ​ກຕັ້ງ​ເປັນ ສສຊ ຊຸດ​ທີ 14, ​ໃນ​ນັ້ນ​ອັດຕາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ແມ່ຍິງ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລ້ວນ​ແຕ່​ຕ​ອບສະໜອງ​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສສຊ. ບັນຊີ​ລາຍ​ຊື່​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ປະຊາຊົນຂັ້ນ​ແຂວງ ອາຍຸ​ການ 2016 – 2021 ​​ແມ່ນ 89 ທ່ານ.

        ຮອດ​ວັນ​ທີ 13/4, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ບັນດາ​ຕາ​ແສງ, ​ເມືອງ, ​ເທດສະບານ​​ເມືອງໃນ​ບໍລິ​ເວນ​ແຂວງ ກວາງ​ຈິ້ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມຮັບ​ເອົາຄວາມ​ເຫັນ, ​ໃຫ້​ຂໍ້​ສັງ​​ເກດ ​ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ບ່ອນຢູ່​ອາ​ໄສ​ສຳລັບ​ຜູ້​ໄດ້​ສະ​ເໜີ ​ແລະ ຜູ້​ອອກ​ສະໝັກ​ຮັບເລືອກ​ຕັ້ງ​ເປັນ ສສຊ ຊຸດ​ທີ 14 ​ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ແຂວງ ອາຍຸ​ການ 2016 – 2021.

 

ຂ່າວ/ບົດ​ອື່ນ