ເຫ້ວ ອະນຸລັກຮັກສາສຸສານເຈົ້າຊີວິດ ຕື້ດຶກ ແລະ ວັງ ອານດິ້ງ ດ້ວຍຮູບ 3 ມິຕິ

(VOVWORLD) - ສຸສານຕື້ດຶກ ແລະ ວັງ ອານດິ້ງ ເປັນເອເລັກໂຕນິກ. 2 ໂຄງການນີ້ໄດ້ໝູນໃຊ້ເຕັກໂນໂລຊີເກັບຮັກສາທີ່ກ້າວໜ້າຊ່ວຍໃນການຄຸ້ມຄອງ
ເຫ້ວ ອະນຸລັກຮັກສາສຸສານເຈົ້າຊີວິດ ຕື້ດຶກ ແລະ ວັງ ອານດິ້ງ ດ້ວຍຮູບ 3 ມິຕິ - ảnh 1 ພາບປະກອບ

ແຕ່ວັນທີ 1 ກໍລະກົດ, ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າ ເຫ້ວ ໄດ້ສົມທົບກັບບໍລິສັດ CyArk ແລະ ບໍລິສັດ ເຕັກໂນໂລຊີ Seagete (ປະເທດ ອາເມລິກາ) ໄດ້ຜັນຂະຫຍາຍປະຕິບັດໂຄງການຫັນກິດຈະກຳປູຊະນີຍະສະຖານ: ສຸສານຕື້ດຶກ ແລະ ວັງ ອານດິ້ງ ເປັນເອເລັກໂຕນິກ. 2 ໂຄງການນີ້ໄດ້ໝູນໃຊ້ເຕັກໂນໂລຊີເກັບຮັກສາທີ່ກ້າວໜ້າຊ່ວຍໃນການຄຸ້ມຄອງ ແລະ ອະນຸລັກຮັກສາປູຊະນີຍະສະຖານສຸສານເຈົ້າຊີວິດ ຕື້ດຶກ ແລະ ວັງ ອານດິ້ງ ດ້ວຍຮູບພາບ 3 ມິຕິ ກໍ່ຄືໂຄສະນາຮູບພາບມໍລະດົກວັດທະນະທຳໂລກຂອງເຫ້ວ ອອກສູ່ໂລກ.

        ປະສິດທິຜົນຂອງໂຄງການນີ້ບໍ່ພຽງແຕ່ສະແດງອອກຜ່ານແງ່ມູມທາງດ້ານເຕັກໂນໂລຊີໃນການເກັບຮັກສາສຳເນົາເອກະສານທີ່ກ້າວໜ້າໜູນຊ່ວຍການຄຸ້ມຄອງ ແລະ ອະນຸລັກຮັກສາປູຊະນີຍະສະຖານ ເຫ້ວດ້ວຍຮູບພາບ 3 ມິຕິ, ໂຄສະນາເຜີຍແຜ່ກ່ຽວກັບຄຸນຄ່າວັດທະນະທຳເຫ້ວ ເທົ່ານັ້ນ, ຫາກຍັງແມ່ນການໝູນໃຊ້ເຕັກໂນໂລຊີທັນສະໄໝ ເພື່ອແນະນຳຄວາມຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ສະຖາປັດຕະຍາກຳເຖິງປະຊາຊົນອີກດ້ວຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ