ເອກອັກຂະລັດຖະທູດຫວຽດນາມ Nguyen Anh Duy ຍື່ນສານ ຕາຕັ້ງໃຫ້ປະທານາທິບໍດີ Panama

ເອກອັກຂະລັດຖະທູດຫວຽດນາມ Nguyen Anh Duy ຍື່ນສານ ຕາຕັ້ງໃຫ້ປະທານາທິບໍດີ Panama - ảnh 1
(ທ່ານ​ປະທານາທິບໍດີ Panama Ricardo Martinelli Berrocal)

(vovworld) -     ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ Panama Nguyen Anh Duy ຫາ​ກໍ​​ເຂົ້າຍື່ນ​ສາ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໃຫ້ທ່ານ​ປະທານາທິບໍດີ Panama Ricardo Martinelli Berrocal. ທີ່ການ​ຕ້ອນ​ຮັບ​ພາຍຫຼັງ​ພິທີຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປະທານາທິບໍດີ Martinelli ​ໄດ້​ຢືນຢັນ​ວ່າ ຍາ​ມໃດ​ Panama ກໍ​ຖື​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ພວມ​ໄດ້​ຮັບ​ການ​ພັດທະນາ​ອັນ​ດີງາ​ມລະຫວ່າງ​ສອງ​ປະ​ເທດ​ເປັນສ​ຳຄັນ, ຖື​ຫວຽດນາມ ​ແມ່ນ​ເພື່ອ​ນມິດ ​ແລະ ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງຕົນ, ທ່ານ​ໄດ້ຕີ​ລາຄາ​ວ່າ ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື, ​ເພີ່ມ​​ເຕີມ​ເຊິ່ງກັນ ​ແລະ ກັນ​ໃຫ້​ແກ່​ການ​ພັດທນາ​ຂອງ​ແຕ່ລະ​ປະ​ເທດ. ສ່ວນ​ທ່ານ​ເອກ​ແກ​ຄະ​ລັດຖະທູດຫວຽດນາມ Nguyen An Duy ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ​ສອງປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊິ່ງສອງ​ປະ​ເທດ​ມີ​ທ່າ​ແຮງ.

ຂ່າວ/ບົດ​ອື່ນ