ເອກອັກຄະລັດຖະທູດ Algeria ປະຈຳ ຫວຽດນາມມີການເຄື່ອນໄຫວຫຼາຍຢ່າງປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ2ປະເທດ

ເອກອັກຄະລັດຖະທູດ Algeria ປະຈຳ ຫວຽດນາມມີການເຄື່ອນໄຫວຫຼາຍຢ່າງປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ2ປະເທດ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Algeria ປະ​ຈຳ ຫວຽດ​ນາມ Cherif Chikhi ແລະ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang/TTXVN)

(vovworld) – ​ທີ່​ການ​ຕ້ອນ​ຮັບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Algeria ປະ​ຈຳ ຫວຽດ​ນາມ Cherif Chikhi ໃນ​ຕອນ​ບ່າຍ​ວັນ​ທີ 8/1, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ອວຍ​ພອນ​​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Cherif Chikhi ໄດ​້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ ແລະ ມີ​​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ Algeria. ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ພັດ​ທະ​ນາ​ອັນ​ດີ​ງາມ. ພິ​ເສດ, ວົ​ງ​ເງິນ​ການ​ຄ້າ 2 ຝ່າຍ​ບັນ​ລຸ 400 ລ້ານ USD/ປີ. ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ໄດ້​ຮັບ​ການ​ຊຸກ​ຍູ້​ໃນຫຼາຍ​ຂົງ​ເຂດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ Algeria ທີ່ໄດ້​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຄົນ​ງານ ຫວຽດ​ນາມ ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ Algeria ແລະ ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​​ຮ່ວມ​ທ​ຸ​ລະ​ກິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ ຫວຽດ​ນາມ​ ທີ່ເຄື່ອນ​ໄຫວ​ຢູ່ Algeria.


ຂ່າວ/ບົດ​ອື່ນ