ເອກອັກຄະລັດຖະທູດ ຈີນ ປະຈຳ ອີຢູ ມີຄວາມປະເອີບໃຈກ່ຽວກັບການພົວພັນ 2 ຝ່າຍ

(VOVWORLD) - ພາຍຫລັງການຢ້ຽມຢາມທາງລັດຖະກິດຢ່າງສຳເລັດຜົນຂອງທ່ານປະທານປະເທດ ຈີນ ສີຈິ້ນຜີງ ໄປຍັງ ອີຕາລີ, ໂມນາໂກ ແລະ ຝຣັ່ງ ຫວ່າງມໍ່ໆມານີ້

ກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ເຖິງ ບຮຸກແຊນ (ປະເທດ ແບນຊິກ) ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກັບບັນດາການນຳສະຫະພາບ ເອີຣົບ (ອີຢູ) ຄັ້ງທີ 21, ຢ້ຽມຢາມ ກຣົວຊີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 8 ລະຫວ່າງ ຈີນ ກັບບັນດາປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກ (CEEC), ທ່ານ ຈາງມີ໊ງ ເອກອັກຄະລັດຖະທູດ ຈີນ ປະຈຳ ອີຢູ ໄດ້ຢືນຢັນວ່າ: ການພົວພັນລະຫວ່າງ ຈີນ ແລະ ອີຢູ ພວມພັດທະນາ. ທ່ານເອກອັກຄະລັດຖະທູດ ຈາງມີ໊ງ ຕີລາຄາວ່າ ການຢ້ຽມຢາມ ບຣຸກແຊນ ໃນໄລຍະຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ຈີນ ຈະແມ່ນຂີດໝາຍທີ່ສະແດງໃຫ້ເຫັນເຖິງການພົວພັນລະຫວ່າງ ຈີນ ແລະ ອີຢູ ພວມຢູ່ໃນໄລຍະພົ້ນເດັ່ນ, ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດໃຫ້ທັງ 2 ຝ່າຍ ພິຈາລະນາໝາກຜົນແຫ່ງການຮ່ວມມືໃນລໄຍະ 5 ປີຜ່ານມາ ແລະ ສ້າງແຜນການຮ່ວມມືໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ