ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ກັບຄືນສຳນັກງານ

ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ກັບຄືນສຳນັກງານ - ảnh 1
ທ່ານ Muto ​ເອກ​ອັກຄະ​ລັດຖະທູດ ຍີ່​ປຸ່ນ ປະ​ຈຳ ສ​ເກົາຫລີ
ພາບ:dantri.com



(vovworld) - ຕາມ​ສຳນັກ​ຂ່າວສານ Kyodo ​ແລ້ວ ຕອນ​ຄຳ່​ວັນ​ທີ 22/8, ທ່ານ Muto ​ເອກ​ອັກຄະ​ລັດຖະທູດ ຍີ່​ປຸ່ນ ປະ​ຈຳ ສ​ເກົາຫລີ ​ໄດ້​ກັບ​ຄືນ​ສຳນັກງານ​ຢູ່​ນະຄອນຫລວງ ​ເຊີ​ອູ​ນ ພາຍຫລັງ 12 ວັນນ​ັບ​ແຕ່​ເມື່ອທ່ານ​ຖືກ​ຮຽກ​ໂຮມ. ກ່າວ​ຄຳ​ເຫັນ​ຢູ່​ສະຫນາມ​ບິນ Kimpo ຢູ່ ​ເຊີ​ອູ​ນ, ທ່ານ Muto ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ວ່າຈະ​​ແກ້​ໄຂ​ການ​ຖົກ​ຖຽງ​ກັນ​ໄດ້​ພາຍຫລັງ​ທີ່​ປະທານາທິບໍດີ ສ​ເກົາຫລີ Lee Myung Bak ​ມາ​ຢ້ຽມຢາມ​ໝູ່​ເກາະ​ທີ່ີ​ເກີດ​ການ​ພິພາດ​ລະຫວ່າງ​ສອງ​ປະ​ເທດ. ຕາມ​ທ່ານ Muto, ການ​ພົວພັນ​ລະຫວ່າງ ຍີ່​ປຸ່ນ ​ແລະ ສ​ເກົາຫລີ ​ເຄີຍໄດ້​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ອະ​ດີດຕະການ. ທ່ານ Muto ຖືກ​ໂຕ​ກຽວ​ ​ຮຽກ​ໂຮມ​ກັບ​ຄືນ​ເມືອ​ປະ​ເທດ​ເພື່ອ​ຄັດຄ້ານ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ ສ​ເກົາຫລີ Lee Myung Bak ​​​ເຖິງ​ໝູ່​ເກາະ Takeshika ຊື່​ງ​ເຊີ​ອູ​ນ​ເອີ້ນ​ວ່າ Dokdo.

ຂ່າວ/ບົດ​ອື່ນ