ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມພິທີໄຫວ້ອາໄລຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ

(VOVWORLD) - ນະທີ່ນີ້, ເອກອັກຄະລັດຖະທູດ ຕວກກີ ປະຈຳ ສປຊ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງວ່ອງໄວ, ແທດຈິງຂອງປະຊາຄົມສາກົນ ຕໍ່ຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນຢູ່ ຕວກກີ.
ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມພິທີໄຫວ້ອາໄລຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄະນະຜູ້ຕາງໜ້າ ຕວກກີ ປະຈຳ ສປຊ ກ່ຽວກັບຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນ
(ພາບ:TTXVN )

ວັນທີ 15 ກຸມພາ, ຢູ່ນິວຢອກ, ປະເທດ ອາເມລິກາ, ຄະນະຜູ້ຕາງໜ້າ ຕວກກີ ປະຈຳ ສປຊ ໄດ້ຈັດພິທີໄຫວ້ອາໄລບັນດາຜູ້ເສຍຊີວິດໃນເຫດແຜ່ນດິນໄຫວເກີດຂຶ້ນຢູ່ ຕວກກີ ໃນວັນທີ 6 ກຸມພາ, ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫຼາຍອົງການສະມາຊິກ ສປຊ. ນະທີ່ນີ້, ເອກອັກຄະລັດຖະທູດ ຕວກກີ ປະຈຳ ສປຊ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງວ່ອງໄວ, ແທດຈິງຂອງປະຊາຄົມສາກົນ ຕໍ່ຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນຢູ່ ຕວກກີ.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍຢ່າງໜັກໜ່ວງດ້ານຊີວິດອິນຊີ, ເຮືອນຊານ ແລະ ພື້ນຖານດ້ານວັດຖຸຂອງລັດຖະບານ ແລະ ປະຊາຊົນ ຕວກກີ. ທ່ານເອກອັກຄະລັດຖະທູດ ກໍ່ແຈ້ງໃຫ້ເອກອັກຄະລັດຖະທູດ ຕວກກີ ຊາບກ່ຽວກັບຂໍ້ຕົກລົງຂອງລັດຖະບານ ຫວຽດນາມ ສົ່ງຄະນະປະຕິບັດງານລວມມີສະມາຊິກ 100 ຄົນຂອງທັງກອງທັບ ແລະ ຕຳຫຼວດ ເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ຢູ່ ຕວກກີ ແລະ ໜູນຊ່ວຍເງິນຈຳນວນ 100.000 USD ໃຫ້ແກ່ ຕວກກີ, ພ້ອມກັບ 100.000 USD ໃຫ້ແກ່ຊີຣີ ໂດຍເປັນປະເທດຖືກຜົນສະທ້ອນ ແລະ ຜົນເສຍຫາຍໜັກໜ່ວງຈາກເຫດແຜ່ນດິນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ