ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ: ຝ່າຍ​ຕາ​ເວັນ​ຕົກ ຍອ​ມ​ຮັບ​ວ່າ​ ໄດ້​ເຂົ້າ​ຮ່ວມ​​ການ​ປະ​ທະ​ກັນ ຢູ​ແກຼນ ໂດຍ​ກົງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ລັດເຊຍ Vasily Nebenzya ຖະແຫຼງວ່າ ບັນດາປະເທດຝ່າຍຕາເວັນຕົກ ຍອມຮັບວ່າ ໄດ້ເຂົ້າຮ່ວມການປະທະກັນຢູ່ ຢູແກຼນ ໂດຍກົງ. 

  ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ໃນ ວັນທີ 15 ພຶດສະພາ, ທ່ານເອກອັກຄະລັດຖະທູດ ລັດເຊຍ Vasily Nebenzya ຖະແຫຼງວ່າ ບັນດາປະເທດຝ່າຍຕາເວັນຕົກ ຍອມຮັບວ່າ ໄດ້ເຂົ້າຮ່ວມການປະທະກັນຢູ່ ຢູແກຼນ ໂດຍກົງ. ເອກອັກຄະລັດຖະທູດ ລັດເຊຍ ຢ້ຳຄືນວ່າ ຫວ່າງມໍ່ໆມານີ້, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ໃຫ້ຮູ້ວ່າ ບັນດາປະເທດທີ 3 ທີ່ສະໜອງອາວຸດໃຫ້ແກ່ ລັດເຊຍ ແມ່ນສິ່ງທີ່ບໍ່ຮັບຮູ້ໄດ້ ເພາະວ່າ ອາດຈະຖືວ່າ ແມ່ນຝ່າຍເຂົ້າຮ່ວມການປະທະກັນ. ທ່ານເອກອັກຄະລັດຖະທູດ ລັດເຊຍ ໄດ້ຕັ້ງຄຳຖາມຄືນ ກ່ຽວກັບເລື່ອງທຸກອົງການການທະຫານຂອງບັນດາປະເທດຝ່າຍຕາເວັນຕົກ ພວມສະໜອງອາວຸດຍຸດທະພັນເປັນຈຳນວນຫຼາຍໃຫ້ແກ່ ຢູແກຼນ ເພື່ອສືບຕໍ່ການປະທະກັນ. ທ່ານເອກອັກຄະລັດຖະທູດ ລັດເຊຍ ຢັ້ງຢືນວ່າ ນັ້ນແມ່ນການຍອມຮັບຢ່າງຈະແຈ້ງກ່ຽວກັບການເຂົ້າຮ່ວມການປະທະກັນຢູ່ ຢູແກຼນໂດຍກົງຂອງ ຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ