ເອກອັກຄະລັດຖະທູດ ລັດເຊຍປະຈຳຫວຽດນາມ ແຈ້ງໝາກຜົນກອງປະຊຸມສຸດຍອດ APEC

ເອກອັກຄະລັດຖະທູດ ລັດເຊຍປະຈຳຫວຽດນາມ ແຈ້ງໝາກຜົນກອງປະຊຸມສຸດຍອດ  APEC - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ​ປະຈຳ​ຫວຽດນາມ​ທ່ານ Andrey G.Kovtun
(ພາບ: google.com.vn)

(vovworld) – ວັນ​ທີ 12/9, ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ​ປະຈຳ​ຫວຽດນາມ​ທ່ານ Andrey G.Kovtun ໄດ້ມີ​ການ​ພົບ​ປະ​ກັບ​ວົງ​ການ​ສື່​ມວນ​ຊົນ​ເພື່ອ​ແຈ້ງ​ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ສຸດ​ຍອດ  APEC ທີ່​ຈັດ​ຂຶ້ນ​ຢູ່ Vladivostok, ສະຫະພັນ​ລັດ​ເຊຍ ​ແຕ່​ວັນ​ທີ 2-9/9. ທ່ານ​ໃຫ້​ຮູ້​ວ່າການ​ພົບ​ປະລະ​ຫວ່າງ​ບັນດາ​ຜູ້ນຳ​ລັດ ​ແລະ ລັດຖະບານ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ພື້ນຖານ​ເສດຖະກິດ APEC ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຜົນ​ສຳ​ເລັດອັນ​ຈົບງາມ. ຖະ​ແຫຼ​ງ ການ​ຮ່ວມ​ຂອງ​ການ​ນຳບັນດາ​ພື້ນຖານ​ເສດຖະກິດ APEC ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດ ​ແຫ່ງການ​ພັດທະນາ ຢ່າງ​ຈະ​ເລີ​ນໝັ້ນຄົງຂອງ​ພາກ​ພື້ນ​ອາຊີ - ປາຊີ​ຝິກ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເອກ​ອັກຄະ​ລັດຖະທູດ G.Kovtun ໃຫ້​ຮູ້​ວ່າ:

        ”ຜ່ານ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​ລັດ​ເຊຍ ​ແລະ ຫວຽດນາມ, ສອງ​ຝ່າຍ​ເຫັນ​ວ່າ​ມີ​ບາງ​ຂົງເຂດ​ສອງ​ຝ່າຍ​ອາດ​ສາມາດ​ຮ່ວມ​ມື​ນຳ​ກັນ​ໄດ້​ຄື​ ອຸດສາຫະກຳ​ຕັດຫຍິບ, ຕ່​ແຜ່ນ, ປຸງ​ແຕ່ງ​ໄມ້, ສິນ​ໃນ​ນ້ຳ, ຂຸດ​ຄົ້ນ​ແຮ່​ທາດ… ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນກໍ່ຈະ​ສະໜອງ​ທີ່​ດິນ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຫວຽດນາມ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ສະ​ເພາະ​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ, ຢູ່​ເຂດ​ຕາ​ເວັນ​ອອກ​ໄກ”

 

ຂ່າວ/ບົດ​ອື່ນ