ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ ຢ້ຽມ​ຢາມ ແລະ ໃຫ້​ສຳ​ພາດ​​ຕໍ່​ນັກ​ຂ່າວພະ​ແນກ​ຂ່າວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

(VOVWORLD) -  ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍນອນໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ  (18/7/1977 – 18/7/2022) ແລະ ປີສາມັກຄີ - ມິດຕະພາບ ຫວຽດນາມ - ລາວ 2022.
 ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ ຢ້ຽມ​ຢາມ ແລະ ໃຫ້​ສຳ​ພາດ​​ຕໍ່​ນັກ​ຂ່າວພະ​ແນກ​ຂ່າວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ - ảnh 1ທ່ານເອກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍພະນັກງານສະຖານລາວ ປະຈຳ ຫວຽດນາມ ມາຢ້ຽມຢາມ ແລະ ຖ່າຍຮູບພ້ອມກັບການນຳ VOV1 ແລະ ພະນັກງານ VOV

  ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຫ້ອງການພະແນກຂ່າວ ຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV), ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ມາຢ້ຽມຢາມ ແລະ ໃຫ້ສຳພາດກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃນໄລຍະຜ່ານມາ ແລະ ແຜນການເພີ່ມທະວີການຮ່ວມມື, ເສີມຂະຫຍາຍມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ.

 ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ ຢ້ຽມ​ຢາມ ແລະ ໃຫ້​ສຳ​ພາດ​​ຕໍ່​ນັກ​ຂ່າວພະ​ແນກ​ຂ່າວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ - ảnh 2ການພົບປະສົນທະນາລະຫວ່າງສອງຝ່າຍ

        ທີ່ການຕ້ອນຮັບ, ທ່ານ ຫງວຽນຫວູຢຸຍ, ຫົວໜ້າພະແນກຂ່າວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ທົບທວນຄືນໄລຍະເວລາແຫ່ງການກໍ່ສ້າງ ແລະ ພັດທະນາຂອງ ພະແນກຂ່າວ ເວົ້າສະເພາະ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ. ພິເສດ, ບັນດາການເຄື່ອນໄຫວຮ່ວມມື, ການຊ່ວຍເຫຼືອກັນລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນຂົງເຂດກະຈາຍສຽງ ແລະ ສື່ສານ

        ສ່ວນທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນການພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ. ໂດຍສະເພາະ, ນັກຂ່າວ, ບັນນາທິການຂອງ VOV ໄດ້ມີບົດຂຽນ, ສາລະຄະດີຫຼາຍບົດກ່ຽວກັບການເຄື່ອນໄຫວຮ່ວມມືລະຫວ່າງ ຫວຽດນາມ - ລາວ, ອັນໄດ້ສ່ອງແສງໃຫ້ເຫັນການເຄື່ອນໄຫວພົວພັນແລກປ່ຽນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ການດຳລົງຊີວິດຂອງປະຊາຊົນສອງປະເທດຢ່າງມີຊີວິດຊີວາ, ແມ່ນຮູບແບບສຶກສາທີ່ແທດຈິງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ.

        ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍນອນໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ  (18/7/1977 – 18/7/2022) ແລະ ປີສາມັກຄີ - ມິດຕະພາບ ຫວຽດນາມ - ລາວ 2022.

ຕອບກັບ

ຂ່າວ/ບົດ​ອື່ນ