ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບການຳຂັ້ນສູງຂອງຫວຽດນາມ

(VOVWORLD) -ວັນທີ 21 ພະຈິກ 2019, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດຫວຽດນາມ ,  ທ່ານ   ຫວງບີ່ງກວນ, ກຳມະການກົມການເມືອງສູນກາງພັກ  ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ເນື່ອງໃນໂອກາດ ມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ. 
ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບການຳຂັ້ນສູງຂອງຫວຽດນາມ  - ảnh 1ທ່ານ   ຫວງບີ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດ ຫວຽດນາມ ຕ້ອນຮັບ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ປະຈໍາຫວຽດນາມ 

        ໃນການຕ້ອນຮັບ ທ່ານ ຫວງບີ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດ ຫວຽດນາມ  ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ແສງເພັດ  ຮຸ່ງບຸນຍວງ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຈະປະສົບຜົນສຳເລັດ ຢ່າງຈົບງາມ ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ທີ່ຫາຍາກໄດ້ໃນໂລກນີ້, ໃກ້ສິດຕິດແທດກັນແຕ່ສະໄໝຕໍ່ສູ້ກູ້ຊາດ ທີ່ປະຊາຊົນສອງຊາດໄດ້ພ້ອມກັນຕໍ່ສູ້ ດ້ວຍຄວາມເສຍສະຫຼະເລືອດເນື້ອ, ຮ່ວມສຸກຮ່ວມທຸກນຳກັນ, ຈົນເຖິງໄຊຊະນະໃນສຸດທ້າຍ.

        ມາຮອດປະຈຸບັນການພົວພັນລະຫວ່າງປະເທດຍິ່ງມີຄວາມສັບສົນ ຊຶ່ງໃນນັ້ນ ມີການແຊກແຊງຈາກພາຍນອກຫວັງທຳລາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງພວກເຮົາ, ສະນັ້ນ  ພວກເຮົາຕ້ອງມີຄວາມສາມັກຄີກັນຢ່າງໜັກແໜ້ນ ແລະ ຊຸກຍູ້ໃຫ້ສາຍພົວພັນຂອງສອງປະເທດເຂັ້ມແຂງຮອບດ້ານ.

        ທ່ານ ຫວງບີ່ງກວນ  ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດຫວຽດນາມ  ຍັງໄດ້ເນັ້ນຕື່ມວ່າຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນ ໃນທຸກວຽກງານເປັນຕົ້ນແມ່ນການກະກຽມດ້ານເນື້ອໃນຂອງກອງປະຊຸມໃຫຍ່ຂອງສອງພັກທີ່ໃກ້ຈະມາເຖິງນີ້.

        ໂອກາດດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ, ໄດ້ສະແດງຄວາມຂອບອົກຂອບໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງຄວາມມຸ່ງຫວັງວ່າ ຈະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ -ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມຂຶ້ນເລື້ອຍໆໄປ.

ໃນວັນດຽວກັນ, ທ່ານ ແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນວັນເນນ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຄອມມູນິດຫວຽດນາມ.

ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບການຳຂັ້ນສູງຂອງຫວຽດນາມ  - ảnh 2

ທ່ານ ແສງເພັດ     ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ເຈີ່ນເກີ່ມຕູ່ ຄະນະເລຂາທິການ ຄະນະບໍລິຫານງານສູນກາງພັກ ປະທານຄະນະກວດກາສູນກາງພັກຄອມມູນິດຫວຽດນາມ

ແລະໃນວັນທີ 22 ພະຈິກ 2019, ທີ່ຄະນະກວດກາສູນກາງພັກຄອມມູນິດຫວຽດນາມ, ທ່ານ ແສງເພັດ     ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຈີ່ນເກີ່ມຕູ່ ຄະນະເລຂາທິການ ຄະນະບໍລິຫານງານສູນກາງພັກ ປະທານຄະນະກວດກາສູນກາງພັກຄອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ