ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

(VOVWORLD) -ໃນວັນທີ 25 ພະຈິກ 2019, ທີ່ກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ໃນການຕ້ອນຮັບ ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມພາກພູມໃຈ ແລະ ຕີລາຄາສູງຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ແລະ ຫວັງຢ່າງຍິ່ງວ່າ ທ່ານຈະປະກອບສ່ວນຢ່າງຕັ້ງໜ້າ ໃນນາມເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືໃນຫຼາຍດ້ານ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ  ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ảnh 1ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  

  ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕໍ່ການຮ່ວມມື ແລະ ສະໜັບສະໜຸນຊ່ວຍເຫຼືອໃນໄລຍະຜ່ານມາ  ພ້ອມທັງໄດ້ສະແດງຄວາມມຸ່ງຫວັງວ່າ ຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມຂຶ້ນເລື້ອຍໆໄປ ແລະ ຍັງໄດ້ລາຍງານຕໍ່ທ່ານຮອງນາຍົກລັດຖະມົນຕີກ່ຽວກັບຄະນະຜູ້ແທນຂັ້ນສູງຂອງພັກ - ລັດ ລາວ ທີ່ຈະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມໃນທ້າຍປີນີ້ ແລະ ຕົ້ນປີໜ້າ.

ທ່ານ ຟ້າມບິ່ງມິງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງສະຫາຍທູດ ແລະ ຍັງໄດ້ແຈ້ງໃຫ້ຮູ້ວ່າ ທ້າຍປີນີ້ກໍ່ຈະມີການພົບປະລະຫວ່າງສອງລັດຖະມົນຕີກະຊວງການຕ່າງປະເທດ  ແລະ ຍັງໄດ້ເນັ້ນຕື່ມວ່າ ປີ  2020 ຫວຽດນາມ ຈະມີຫຼາຍເຫດການທີ່ສຳຄັນສອງກະຊວງການຕ່າງປະເທດຈະຕ້ອງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການນຳຂັ້ນສູງມາເຄື່ອນໄຫວຢູ່ຫວຽດນາມໃນໄລຍະຫວຽດນາມເປັນປະທານ ອາຊຽນ  ແລະ ເປັນສະມາຊິກບໍ່ປະຈໍາສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດປີ 2020-2021. 

ທ່ານ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ,  ແສງເພັດ ຮຸ່ງບຸນຍວງ  ອວຍພອນໃຫ້ ສະຫາຍຮອງນາຍົກລັດຖະມົນຕີ ຟ໋າມບິ່ງມິງ  ພ້ອມທັງການນຳຂັ້ນສູງຂອງຫວຽດນາມ ຈົ່ງສືບຕໍ່ຍາດເອົາຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການເປັນປະທານອາຊຽນ ໃນປີ 2020 ແລະ ເປັນ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດປີ 2020-2021. 

ຕອບກັບ

ຂ່າວ/ບົດ​ອື່ນ