ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຕິດ​ແທ່ງ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ໄດ້​ເປັນ​ການສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -  ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຈະເດີນທາງມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 3 – 4 ມິຖຸນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Anthony Albanese ໃນຖານະເປັນນາຍົກລັດຖະມົນຕີ ອົດສະຕາລີ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຕິດ​ແທ່ງ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ໄດ້​ເປັນ​ການສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ (ພາບVOV)

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ (VOV), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ ເນັ້ນໜັກວ່າ: ການຢ້ຽມຢາມດັ່ງກ່າວ ບໍ່ພຽງແຕ່ຊ່ວຍຮັດແໜ້ນສາຍພົວພັນລະຫວ່າງການນຳສອງປະເທດເທົ່ານັ້ນ ຫາກຍັງເປີດກາລະໂອກາດຫຼາຍຢ່າງເພື່ອນຳການພົວພັນສອງປະເທດພັດທະນາຢ່າງແຮງກວ່າອີກ. ປີນີ້, ຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (26/02/1973 – 26/02/2023 ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ  ຄົບຮອບ 5 ປີ (15/03/2018 – 15/03/2023). ເພາະສະນັ້ນ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Albanese ຈະມີຄວາມໝາຍສຳຄັນ, ສ້າງພື້ນຖານແກ່ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດແໜ້ນແຟ້ນກວ່າໃນໄລຍະໃໝ່, ທັງໃນແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງປະກອບສ່ວນຮັດແໜ້ນສາຍພົວພັນສ່ວນຕົວລະຫວ່າງການນຳຂັ້ນສູງສອງປະເທດ.

        ເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະນຳມາເຊິ່ງການພັດທະນາກະໂດດຂັ້ນໃນການພົວພັນດ້ານເສດຖະກິດ, ຍົກລະດັບການພົວພັນຮ່ວມມືຫຼາຍຝ່າຍຂຶ້ນ ແລະ ມີຄວາມເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ມີການຮ່ວມມື 3 ຝ່າຍ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປົກປ້ອງສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສັນຕິພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ