ເອກອັກຄະລັດຖະທູດ ຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດລາວ

ເອກອັກຄະລັດຖະທູດ ຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດລາວ - ảnh 1
ທ່ານບຸນຍັງ ວໍລະຈິດ ຕ້ອນຮັບທ່ານ​ ຫງວຽນ​ບາ​ຫຸ່ງ
ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ຂອງ ຫວຽດນາມ

(vovworld) – ​ ວັນທີ 28 ທັນວາ 2016 ຢູ່ສຳນັກງານປະທານປະເທດ ລາວ, ທ່ານບຸນຍັງ ວໍລະຈິດ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ​ ຫງວຽນ​ບາ​ຫຸ່ງ ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ຂອງ ຫວຽດນາມ ປະຈຳສປປ ລາວ. ທີ່​ການຕ້ອນຮັບ ທ່ານ ຫງວຽນບາຫຸ່ງ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນຍັງ ວໍລະຈິດ ​ໄດ້​ຢືນຢັນ​ວ່າ:  ສອງປະເທດ ລາວ - ຫວຽດນາມ ມີສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ​ແບບພິເສດ ແລະ ການຮ່ວມມືຮອບດ້ານ, ເປັນຮູບ ການພົວພັນ ເປັນແບບໜຶ່ງດຽວໃນໂລກ, ສອງປະເທດ ມີການພົວພັນດ້ານການເມືອງ ທີ່ດີເລີດໃນທຸກລະ ດັບ ໂດຍສະເພາະ ໃນປີ 2017 ຈະມີການສະເຫລີມສະຫລອງ ສອງວັນປະຫວັດສາດ ຄື 55 ປີ ວັນ ສ້າງຕັ້ງສາຍພົວພັນການທູດ ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ​ແລະ ການ​ຮ່ວມ​ມື ເຊິ່ງສອງປະເທດ ຈະມີຫລາຍ ກິດຈະກຳໃນການ ສະເຫລີມສະຫລອງ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນຍັງ ວໍລະຈິດ ​ເຊື່ອ​ໝັ້ນ​ວ່າ ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນບາຫຸ່ງ ຈະ​ປະກອບສ່ວນ​ສຳຄັນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ; ທ່ານ​ເນັ້ນ​ໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ລາວ ຫວັງ​ວ່າ​ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ໝັ້ນຄົງ​ຂະ​ໜົງ​ແກ່ນ​ຈົນ​ຊົ່ວ​ກາລະ​ນານ

        ສ່ວນ​ທ່ານ ​ເອກ​ອັກຄະ​ລັດຖະທູດ ຫງວຽນບາຫຸ່ງ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົ​ນ ລາວ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ, ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້ການ​ພົວພັນ​ນີ້ ນັບ​ມື້​ນັບ​ ມີ​ປະສິດທິ​ຜົນ ​ແລະ ​​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ