ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ ອາຊຽນ

(VOVWORLD) - ຄະນະເລຂາ ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກັບທ່ານນາງເອກອັກຄະລັດຖະທູດເອງ ກໍ່ຄືຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ ອາຊຽນ
ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ ອາຊຽນ - ảnh 1(ທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນແລະ ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ)

        ວັນທີ 13 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ.

        ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢືນຢັນວ່າ, ຄະນະເລຂາ ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກັບທ່ານນາງເອກອັກຄະລັດຖະທູດເອງ ກໍ່ຄືຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ ອາຊຽນ, ມຸ່ງໄປເຖິງການບັນລຸວິໄສທັດປະຊາຄົມ ອາຊຽນ 2025 ແລະ ໄກກວ່າອີກ. ທ່ານຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການສ້າງປະຊາຄົມ ອາຊຽນ, ກໍ່ຄືບົດບາດຕັ້ງໜ້າ ແລະ ປະສານງານໃນການພົວພັນກັບຕ່າງປະເທດຂອງ ອາຊຽນ, ພິເສດແມ່ນປະເທດປະສານງານການພົວພັນສົນທະນາ ອາຊຽນ - ສ.ເກົາຫຼີ.

        ສ່ວນທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ ປາດຖະໜາວ່າ, ຄະນະເລຂາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ຈະສືບຕໍ່ຍູ້ແຮງຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດສະມາຊິກ ປະຕິບັດສຳເລັດການສ້າງ ແລະ ຜັນຂະຫຍາຍບັນດາເປົ້າໝາຍໃນວິໄສທັດປະຊາຄົມ ອາຊຽນ 2024 ໃຫ້ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ